ເກົາຫຼີເໜືອປະຕິເສດ ບໍ່ໄດ້ຂາຍອາວຸດໃຫ້ຣັດເຊຍເຕືອນສະຫະລັດໃຫ້ລະວັງຄຳເວົ້າ
ເກົາຫຼີເໜືອປະຕິເສດບໍ່ໄດ້ຂາຍອາວຸດໃຫ້ຣັດເຊຍໄປໃຊ້ໃນຢູເຄຼນແບບທີ່ສະຫະລັດກ່າວຫາ ແລະຍັງບໍ່ຄິດຈະຂາຍອາວຸດໃຫ້ຣັດເຊຍໃນອານາຄົດອັນໃກ້ ແຕ່ຫາກຈະເຮັດກໍມີສິດເຮັດໄດ້ພ້ອມເຕືອນສະຫະລັດໃຫ້ລະມັດລະວັງຄຳເວົ້າໃນການໃສ່ຮ້າຍປ້າຍສີເກົາຫຼີເໜືອ
ສຳນັກຂ່າວກາງເກົາຫຼີເໜືອລາຍການເປີດຖະແຫຼງການກະຊວງປ້ອງກັນປະເທດເກົາຫຼີເໜືອ ປະຕິເສດບໍ່ໄດ້ຂາຍອາວຸດຫຼືລູກປືນໃດໆໃຫ້ແກ່ຣັດເຊຍ ແລະຍັງບໍ່ມີແຜນຈະຂາຍອາວຸດໃຫ້ຣັດເຊຍໃນອານາຄົດອັນໃກ້.
ຖະແຫຼງການລ່າສຸດເກົາຫຼີເໜືອດັ່ງກ່າວເປັນການຕອບໂຕ້ສະຫະລັດທີ່ກ່າວຫາໃນຕົ້ນເດືອນກັນຍານີ້ວ່າ ຣັດເຊຍໄດ້ຕິດຕໍ່ີໄປຍັງເກົາຫຼີເໜືອ ເພື່ອຂໍຊື້ຈະຫຼວດແລະລູກປືນໃຫຍ່ ແລະກຳລັງຢູ່ໃນຂະບວນການຈັດຊື້ຈະຫຼວດແລະລູກປືນໃຫຍ່ຫຼາຍລ້ານອັນຈາກເກົາຫຼີເໜືອ ເພື່ອນຳໄປໃຊ້ໃນປະຕິບັດການຣັດເຊຍໃນຢູເຄຼນ.
ພ້ອມກັນນີ້ຖະແຫຼງການຂອງກະຊວງປ້ອງກັນປະເທດເກົາຫຼີເໜືອ ຍັງປະນາມແລະເຕືອນສະຫະລັດ ຢ່າງຈິງຈັງໃຫ້ເກັບປາກເກັບຄຳ ໃນການໃຊ້ຖ້ອຍຄຳທີ່ຕໍ່ຕ້ານເກົາຫຼີເໜືອເພື່ອໃສ່ຮ້າຍປ້າຍສີເກົາຫຼີເໜືອ.