ສາວໂພສແຕ່ງງານກັບອ້າຍເຂີຍ ເຊິ່ງເປັນສາມີຂອງເອື້ອຍຕົນເອງ.
ເປັນອີກເລື່ອງທີ່ຖືກວິພາກວິຈານຢ່າງໜັກ ເວັບໄຊຕ໌ ຕ່າງປະເທດລາຍງານວ່າ ຍິງສາວຊາວອິນໂດເນເຊຍ ໄວ24ປີ ໄດ້ຖືກທົວລົງຢ່າງໜັກ ຫຼັງລາວໄດ້ແຕ່ງງານກັບ ອ້າຍເຂີຍ ຊອງລາວເອງ ພ້ອມກັບບອກວ່າລາວບໍ່ໄດ້ເຮັດຫັຍງຜິດ ກ່ອນຮູ້ເບື້ອງຫຼັງຄວາມຈິງເຮັດໃຫ້ທົວລົງ
ໂດຍລາວໄດ້ໂພສຮູບພາບແຕ່ງງານຂອງເອື້ອຍລາວຕອນປີ 2014 ເຊິ່ງໃນຮູບພາບເຈົ້າບ່າວຄືອ້າຍເຄີຍຂອງລາວ ແລະເຈົ້າສາວຄືເອື້ອຍຂອງ ກ່ອນຕັດມາອີກຮູບນັ້ນ ເປັນງານແຕ່ງງານຂອງລາວໃນປີ 2022 ແຕ່ເຈົ້າບ່າວຂອງລາວນັ້ນເປັນອ້າຍເຂີຍ ທີ່ເປັນສາມີຂອງເອື້ອຍລາວເອງ
ທັ້ງນີ້ເລື່ອງລາວດັ່ງກ່າວເຮັດໃຫ້ຫຼາຍຄົນຮູ້ສຶກແປກໃຈຫຼາຍ ກ່ອນທີ່ລາວຈະອອກມາບອກວ່າ ເອື້ອຍຂອງລາວຫາກໍເສຍ ຊີ ວິດໄປໃນປີກ່ອນ ເຊິ່ງເອື້ອຍໄດ້ມີລູກກັບອ້າຍເຂີຍ 1ຄົນ ຫຼັງຈາກນັ້ນລາວຕັດສິນໃຈຄົບແລະແຕ່ງງານກັບອ້າຍເຂີຍຂອງລາວເອງ ເພາະລາວຈະໄດ້ຊ່ວຍລ້ຍງດູລູກຂອງເອືອຍແລະລູກສາວລາວກໍສະໜິດກັນດີ.
ແນວໃດກໍຕາມແມ່ນວ່າງານແຕ່ງງານຂອງລາວຈະມີຍາດພີ່ນ້ອງແລະຄອບຄົວມາຮ່ວມສະແດງຄວາມຍິນດີຢ່າງມ່ວນຊື່ນ ແຕ່ຊາວເນັດຈຳນວນບໍ່ໜ້ອຍກໍບໍ່ສະໜັບສະໜູນໃນການຕັດສິນໃຈກັບອ້າຍເຂີຍລາວ ແລະຖືກວິພາກວິຈານຢ່າງໜັກ ຈົນເຖິງຂັ້ນເບິ່ງວ່າ ລາວຍາດສາມີເອື້ອຍແລະພະຍາຍາມເຂົ້າມາແທຍນທີ່ເອື້ອຍຂອງລາວເອງ.