ມື້ນີ້ແອດຈະມາບອກຂໍ້ມູນສຸຂະພາບກ່ຽວກັບປະໂຫຍດຂອງນ້ຳຕາມີດັ່ງນີ້

ມື້ນີ້ແອດຈະມາບອກຂໍ້ມູນສຸຂະພາບກ່ຽວກັບປະໂຫຍດຂອງນ້ຳຕາມີດັ່ງນີ້

ການຫຼັ່ງນ້ຳຕາອອກມາ ບໍ່ແມ່ນວ່າຈະສະແດງເຖິງຄວາມອ່ອນແອສະເໝີໄປ ນ້ຳຕາບໍ່ໄດ້ພຽງໄຫຼອອກມາເມື່ອເສຍໃຈ, ດີໃຈ ຫຼືຢ້ານກົວເທົ່ານັ້ນ ແຕ່ຍັງມີປະໂຫຍດຕໍ່ຮ່າງກາຍແລະຈິດໃຈຫຼາຍ ມື້ນີ້ແອດຈະມາບອກຂໍ້ມູນສຸຂະພາບກ່ຽວກັບປະໂຫຍດຂອງນ້ຳຕາວ່າມີຫຍັງແດ່ລອງມາເບິ່ງກັນເລີຍດັ່ງນີ້


-ບັນເທົາຄວາມຄຽດ ການຮ້ອງໄຫ້ເປັນການປົດປ່ອຍຮໍໂມນຄວາມຄຽດຫຼືຂັບສານພິດອອກຈາກຮ່າງກາຍແລະເປັນຜົນໃຫ້ຄວາມຕຶງຄຽດຫຼຸດລົງ
-ໃຈເຢັນຂຶ້ນ ຊ່ວຍຫຼຸດອຸນຫະພູມໃນສະໝອງ ເພາະການຮ້ອງໄຫ້ຈະເຮັດໃຫ້ເຮົາສະບາຍໃຈໄວແລະເຕັມປອດຫຼາຍຂຶ້ນ ຈຶ່ງຊ່ວຍໃຫ້ຈິດໃຈສະຫງົບ ຜ່ອນຄາຍລົງໄດ້ ເປັນນ້ຳທີ່ຢູ່ໃນດວງຕາຕະຫຼອດເວລາ ທີ່ຄອຍສ້າງຄວາມຫຼໍ່ລື່ນ ບຳລຸງແລະປົກປ້ອງແວ່ນຕາ

-ກຳຈັດຝຸ່ນລະອອງເຂົ້າຕາ ເມື່ອມີຝຸ່ນເຂົ້າຕາ ຕ່ອມນ້ຳຕາຈະເລັ່ງສ້າງນ້ຳຕານມາຫຼາຍກວ່າປົກກະຕິ ເຊິ່ງເປັນປະຕິກິລິຍາຣີເຟັກຂອງຮ່າງກາຍ ເພື່ອກຳຈັດສິ່ງແປກປອມອອກຈາກດວງຕາໃຫ້ໄວທີ່ສຸດ
-ຫຼໍ່ລ້ຽງແລະໃຫ້ຄວາມຊຸ່ມຊື່ນແກ່ດວງຕາ

-ສື່ສານອາລົມຄວາມຮູ້ສຶກ ການຮ້ອງໄຫ້ສາມາດສະແດງສິ່ງທີ່ຄຳເວົ້າບໍ່ສາມາດສະແດງອອກໄດ້ໂດຍສະເພາະຢ່າງຍິ່ງໃນຄວາມສຳພັນເຊິ່ງໃຊ້ເມື່ອຕ້ອງການສື່ອາລົມຄວາມຮູ້ສຶກທັງສຸກແລະທຸກນັ້ນເອງ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page