ຍີ່ປຸ່ນປະດິດເຄື່ອງບັງຄັບແມງສາບໃຊ້ຄົ້ນຫາຜູ້ລອດຊີວິດທີ່ຕິດຢູ່ໃຕ້ອາຄານຫັກພັງ

ນັກວິທະຍາສາດຍີ່ປຸ່ນພັດທະນາເຄື່ອງບັງຄັບແມງສາບໄວ້ສຳລັບໃຊ້ໃນພາລະກິດຊ່ວຍເຫຼືອແລະຄົ້ນຫາຜູ້ລອດຊີວິດທີ່ຕິດຢູ່ໃຕ້ອາຄານຫັກພັງ

ແມງສາບມາດາກັສກາ ທີ່ຖືກຕິດເຄື່ອງບັງຄັບໄວ້ເທິງຫຼັງ ໂດຍຖືກອອກມາແບບມາໂດຍໃຊ້ໃນພາລະກິດຊ່ວຍເຫຼືອແລະຄົ້ນຫາຜູ້ປະສົບໄພທີ່ອາດຕິດຢູ່ໃຕ້ອາຄານຫັກພັງທີ່ພັງຖະຫຼົ່ມລົງມາ ເຊິ່ງລ່າສຸດທີມພດັທະນາໄດ້ຕິດຕັ້ງແຜງໂຊລາເຊວແລະອຸປະກອນອີເລັກໂທນິກໄວ້ເທິງຫຼັງຂອງມັນ ເຊິ່ງສາມາດຄວບຄຸມການເຄື່ອນໄຫວຂອງມັນໄດ້ຜ່ານຣີໂມດໄຮ້ສາຍ


ເຄນຈິໂຣ່ ຟຸກຸດະ ຫົວໜ້າທີມພັດທະນາເຄື່ອງບັງຄັບແມງສາບ ເຜີຍວ່າແຜງໂຊລາເຊວທີ່ຕິດໄວ້ເທິງຫຼັງຂອງໂຕມັນບໍ່ໄດ້ສົ່ງຜົນຕໍ່ການເຄື່ອນໄຫວຂອງແມງສາບ ແລະຫາກມີພະລັງງານພຽງພໍ ເຮົາຈະສາມາດໃຊ້ໂຕຣີໂມດສົ່ງສັນຍານໄປຍັງອະໄວຍະວະຮັບຄວາມຮູ້ຶສຶກເທິງຫຼັງຂອງມັນແລະເຮັດໃຫ້ມັນເຄື່ອນທີ່ຕາມທີ່ເຮົາຕ້ອງການໄດ້


ສ່ວນສາເຫດທີ່ພັດທະນາເຄື່ອງບັງຄັບແມງສາບ ແທນທີ່ຈະພັດທະນາຫຸ່ນຍົນແມງໄມ້ໄປເລີຍນັ້ນ ທາງທີມພັດທະນາບອກວ່າ ຜົນການວິໄຈສະແດງໃຫ້ເຫັນວ່າ ແມງໄມ້ແທ້ສາມາດເຄື່ອນທີ່ເຂົ້າໄປຫາພື້ນທີ່ອັນຕະລາຍໄດ້ດີກວ່າຫຸ່ນຍົນ ນອກຈາກນີ້ແບດເຕີຣີ່ສຳລັບຫຸ່ນຍົນຂະໜາດນ້ອຍຍັງໃຊ້ງານໄດ້ບໍ່ດົນ ດັ່ງນັ້ນເວລານຳໄປໃຊ້ງານພາລະກິດສຳຫຼວດ ໄລຍະເວລາທີ່ໃຊ້ງານຈຶ່ງຂ້ອນຂ້າງສັ້ນເກີນໄປ

Leave a Reply

Your email address will not be published. Required fields are marked *

You cannot copy content of this page