ໄຕ້ຫວັນອອກມາຕອບໂຕ້ວ່າຈະບໍ່ຍອມໃຫ້ຈີນມາຕັດສິນອານາຄົດ ຫຼັງຈາກທີ່ໂຄສົກລັດຖະບານຈີນປະກາດຕັ້ງເປົ້າຈະລວມຊາດຢ່າງສັນຕິ
ລັດຖະບານໄຕ້ຫວັນອອກມາປະກາດວ່າຈະບໍ່ມີມື້ຍອມໃຫ້ຈີນເຂົ້າມາຍຸ່ງກ່ຽວກັບອານາຄົດຂອງຕົນເອງ ຫຼັງຈາກໂຄສົກລັດບານຈີນອອກມາປະກາດວ່າ ຈີນຕັ້ງເປົ້າທີ່ຈະລວມຊາດ ໄຕ້ຫວັນຢ່າງສັນຕິ ໂດຍບັນຫາຄວາມຂັດແຍ້ງລະຫວ່າງທັງສອງຝ່າຍ
ມີຊະນວນມາຈາກກໍລະນີທີ່ຈີນປະກາດຊັດເຈນວ່າ ໄຕ້ຫວັນເປັນສ່ວນໜອ່ງຂອງດິນແດນຈີນ ເຊິ່ງຖືກປົກຄອງພາຍໃຕ້ 1ປະເທດ 2ລະບົບ ແຕ່ໃນຂະນະທີ່ໄຕ້ຫວັນນັ້ນບໍ່ຍອມຮັບເລື່ອງດັ່ງກ່າວ
ລັດຖະບານຈີນອອກຖະແຫຼງຂ່າວ ກ່ອນທີ່ຈະເຖິງການປະຊຸມສຸດຍອດຄັ້ງໃຫຍ່ຂອງພັກຄອມມູນິດຈີນ ທີ່ຈະຈັດຂຶ້ນທຸກໆ 5ປີ ພ້ອມກັບລະບຸວ່າ ຈີນຕັ້ງເປົ້າທີ່ຈະລວມຊາດໄຕ້ຫັວນດ້ວຍວິທີສັນຕິ ແລະບອກວ່າການລວມຊາດກັບດິນແດນແມ່ຖືເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້.
ໃນຂະນະທີ່ຝ່າຍໃຕ້ຫວັນກໍຕອບໂຕ້ເລື່ອງນີ້ວ່າ ອານາຄົດຂອງໄຕ້ຫວັນນັ້ນຈະຖືກກຳໜົດໂດຍປະຊາຊົນ 23ລ້ານຄົນ ເບິ່ງດິນແດນໄຕ້ຫວັນ ແລະຈະບໍ່ອານຸຍາດໃຫ້ຈີນເຂົ້າມາກ່ຽວຂ້ອງນອກຈາກນີ້ໄຕ້ຫວັນຍັງກ່າວໂຈມຕີຈີນວ່າ ການໃຊ້ກຳລັງທະຫານແລະການຕອບໂຕ້ທາງເສດຖະກິດມາບີບບັງຄັບໃຫ້ຊາວໄຕ້ຫວັນເປັນເລື່ອງທີ່ບໍ່ດີຫຼາຍ.