(ຢາກໃຫ້ທຸກຄົນໄດ້ອ່ານ) 6 ຂໍ້ຄິດທີ່ຄົນຊ່ວງອາຍຸ 30ປີຕ້ອງຄິດໃຫ້ໄດ້
1.ຢ່າຢູ່ແບບບໍ່ມີຈຸດໝາຍ: ໃຍຊ່ວງທີ່ຍັງເປັນນັກສຶກສາເປັນເລື່ອງປົກກະຕິທີ່ຍັງຂາດເປົ້າໝາຍທາງດ້ານການງານທີ່ຈັດເຊນ ຍັງບໍ່ຮູ້ແນ່ນອນວ່າຕົນເອງຈະເດີນໄປເສັ້ນທາງໃດຂອງຊີວິດ ຈຶ່ງມີຫຼາຍຄົນທີ່ຈະເລືອກວຽກທີ່ຂ້ອນຂ້າງບໍ່ໝັ່ນຄົງໄວ້ກ່ອນ ແລະຫວັງວ່າທຸກຢ່າງຈະດີຂຶ້ນເອງ
2.ຢ່າເສີຍຕໍ່ອານາຄົດທາງການເງີນ: ເຖິງແມ່ນວ່າໃນຊ່ວງອາຍຸ 20ປີ ເຮົາຈະໃຊ້ເງີນຟຸ້ມເຟືອຍຈົນບໍ່ມີເງີນເຫຼືອໃຫ້ກັບອານາຄົດແຕ່ການເລີ່ມຕົ້ນເກັບເງີນກໍຍັງບໍ່ສາຍເກີນໄປ
3.ຢ່າເອົາແຕ່ຄິດຫາອານາຄົດ: ການຕັ້ງເປົ້າມາຍໃນອານາຄົດສຳລັບຕົນເອງແລະຄອບຄົວນັ້ນເປັນສິ່ງທີ່ດີ ແຕ່ເຮົາບໍ່ຄວນໄປຍຶດຕິດກັບລະອຽດຫຼາຍຂໍພຍງແຕ່ເຮົາຮູ້ວ່າຕ້ອງໄດ້ຮຽນຮູ້ອີກຫຼາກຫຼາຍແລະຕ້ອງພັດທະນາຕົນເອງໄປເລື້ອຍໆກໍພໍ
4.ຢ່າລືມຮັກສາສຸຂະພາບ: ການກ້າວເຂົ້າສູ່ອາຊີບໃນຝັນອາດໃຊ້ພະລັງຫຼາຍຈົນມີຜົນຕໍ່ຮ່າງກາຍ ດັ່ງນັ້ນ ເປົ້າໝາຍອັນດັບໜຶ່ງຄື ການມີສຸຂະພາບທີ່ດີ ຢ່າໃຫ້ຊ່ວງອາຍຸ 30ຂອງເຮົາຕ້ອງມີອຕ່ຄວາມເໝື່ອຍລ້າຕົກຕໍ່າຫຼາຍ
5. ຢ່າລືມຄິດຫາຄວາມພ້ອມກ່ອນມີຄອບຄົວ: ບໍ່ແມ່ນທຸກຄົນທີ່ຈະຢູ່ໃນສະຖານະພ້ອມມີລູກແນວໃດກໍຕາມສິ່ງທີ່ຄົນສ່ວນຫຼາຍເສຍດາຍກໍຄື: ການປ່ອຍເວລາຜ່ານໄປກ່ອນຈະຕັດສິນໃຈມີຄອບຄົວ ເຊິ່ງພວກເຂົາເວົ້າເປັນສຽງດຽວກັນວ່າບໍ່ວ່າຈະເປັນຄອບຄົວແບບໃດເມື່ອຢູ່ໃນຊ່ວງອາຍຸ 30ປີ ເຮົາກໍຄວນຕັດສິນໃຈໄດ້ແລ້ວວ່າຈະມີລູກຫຼືບໍ່
6. ຢ່າລືມຫາເວລາພັກຜ່ອນຄາຍຄຽດ: ພຽງເພາະເຮົາຜ່ານຊ່ວງອາຍຸ 20ປີໄປ ບໍ່ໄດ້ໝາຍຄວາມວ່າເຮົາຈະມີຄວາມສຸກກັບຊີວິດບໍ່ໄດ້ຖ້າເຄິ່ງຊີວິດນັ້ນໃຊ້ໄປກັບການຫາເງີນນັ້ນເຮັດໃຫ້ບໍ່ມີຄວາມສຸກແລະຮູ້ສຶກເສີຍຊາຕໍ່ໂລກຫຼາຍຢ່າລືມວ່າເງີນທີ່ເຮົາຫາມາຈະບໍ່ມີຄ່າຫຍັງຫາກເຮົາບໍ່ມີຄວາມສຸກກັບຊີວິດ.