ຈາກການໄກ່ເກ່ຍຂອງຊາອຸຣັດເຊຍໄດ້ປ່ອຍຕົວທະຫານຮັບຈ້າງຊາວຕ່າງຊາດທີ່ຖືກຈັບໃນຢູເຄຼນ

ຈາກການໄກ່ເກ່ຍຂອງຊາອຸຣັດເຊຍໄດ້ປ່ອຍຕົວທະຫານຮັບຈ້າງຊາວຕ່າງຊາດທີ່ຖືກຈັບໃນຢູເຄຼນ

ຣັດເຊຍປ່ອຍທະຫານຮັບຈ້າງຊາວຕ່າງຊາດ 10ຄົນ ທີ່ຖືຶກຣັດເຊຍຈັບໃນຢູເຄຼນ ໂດຍການປະສານໄກ່ເກ່ຍໂດຍມົງກຸດລາຊະກຸມມານ ໂມຮຳເມດ ບິນ ຊຳມານ ແຫ່ງຊາອຸດິອາລະເບຍ

ກະຊວງຕ່າງປະເທດຂອງຊາອຸອາລະເບຍ ຖະແຫຼງວ່າທະຫານທີ່ໄດ້ຮັບອິດສະຫຼະພາບທັງ 10ຄົນ ຈາກການໄ່ເກ່ຍໂດຍ ມົງກຸດລາຊະກຸມມານ ໂມຮຳເມດ ບິນ ຊຳມານ ແຫ່ງຊາອຸດິອາລະເບຍ ເປັນຊາວອັງກິດ 5ຄົນ ຊາວອາເມລິກາ 2ຄົນ ແລະໂຄເອເຊຍ ໂມຣັອກໂກ ກັບສະວີເດນ ຊາດລະ 1ຄົນ ເຈົ້າໜ້າທີ່ກ່ຽວຂ້ອງໄດ້ຮັບຕົວສົ່ງມອບຈາກຣັດເຊຍແລະກຳລັງປ

ະສານເຮັດເລື່ອງສົ່ງຕົວກັບໄປຍັງພູມລຳເນົາເດີມຕໍ່ໄປ.
ນາຍົກລັດຖະມົນຕີ ລິຊ ທັສ ຂອງອັງກິດ ໂພສຕອບຮັບການປ່ອຍຕົວຊາວອັງກິດ ທີ່ລວມທັງໄອເດນ ອັສລິນ ຖືກຈັບທີ່ເຂດປົກຄອງຕົນເອງໂດເນສ ແລະຖືກສານໃນ DPR ຕັດສິນປະຫານຊີວິດວ່າ ເປັນຂ່າວທີ່ໜ້າຍິນດີຢ່າງຍິ່ງ ຫຼັງເກີດຄວາມບໍ່ແນ່ນອນແລະທຸກຮ້ອນໃຈມາຫຼາຍເດືອນ.


ດ້ານຄອບຄົວຂອງອາເລັກຊານເດີ ດືເຄ ແລະ ແອນດີ ຮືນ ຈາກລັດອະລາບາມາ ຂອງສະຫະລັດ ຖືກກອງລັງຣັດເຊຍຈັບໃນເຂດດ້ານຕາເວັນອອກຂອງຢູເຄຼນໃນເດືອນມີຖຸນາ ເຜີຍວ່າທັງສອງຄົນໄດ້ຮັບການປ່ອຍຕົວເຊັ່ນກັນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page