5 ວິທີສ້າງວິໄນໃຫ້ກັບຕົນເອງ ເພື່ອກ້າວໄປສູ່ຄວາມສຳເລັດ
1.ຍຶດໝັ້ນກັບເປົ້າໝາຍ: ຖ້າເຮົາຕັ້ງໃຈໃນການທີ່ຈະບັນລຸເປົ້າໝາຍ ເຮົາກໍຕ້ອງສັນຍາກັບຕົນເອງໄວ້ວ່າ ເຮົາຕ້ອງເຮັດ ງ່າຍໆພຽງເທົ່ານີ້ ເພາະວ່າວິໄນບໍ່ແມ່ນສິ່ງທີ່ຕິດໂຕມາ ແຕ່ເປັນສິ່ງທີ່ຕ້ອງສ້າງຂຶ້ນເອງ ດັ່ງນັ້ນຈົ່ງມີວິິໄນ ໃນທຸກສິ່ງບໍ່ວ່າຈະເປັນເລື່ອງສຸຂະພາບ,ການກິນ ການຮັບຜິດຊອບຕໍ່ໜ້າທີ່…
2.ມີສະມາທິກັບເປົ້າໝາຍ: ໃຫ້ທົບທວນເປົ້າໝາຍຂອງຕົນເອງທຸກໆເຊົ້າກ່ອນເລີ່ມມື້ໃໝ່ ຫຼືທົບທວນເປົ້າໝາຍກ່ອນເຂົ້ານອນເພື່ອໃຫ້ພ້ອມສຳລັບມື້ໃໝ່ ພະຍາຍາມເລືອກສະຖານທີ່ ທີ່ສະຫງົບ ເພື່ອທີ່ເຮົາຈະໄດ້ຈົດຈໍ່ແລະຄິດໃນສິ່ງທີ່ຢາກເຮັດໃຫ້ສຳເລັດ ຈົ່ງວາງແຜນໃນໄລຍະສັ້ນແລະໄລຍະຍາວ ແລະພະຍາຍາມຈິນຕະນາການອອກມາເປັນຍຮູບພາບ
3.ຈັດລຳດັບຄວາມສຳຄັນຂອງງານ: ເຮົາຄວນວາງແຜນການເຮັດວຽກໂດຍເລືອກເຮັດໃນສິ່ງທີ່ຕ້ອງໃຊ້ຄວາມພະຍາຍາມແລະວິໄນຫຼາຍທີ່ສຸດກ່ອນ ເພື່ອລຸດແຮງກົດດັນ ວາງວຽກທີ່ຍາກແລະຄຽດທີ່ສຸດໄວ້ເປັນອັນດັບທຳອິດ ເພາະຄວາມຄຽດທີ່ຫຼຸດລົງຈະຊ່ວຍໃຫ້ວຽກທີ່ເຫຼືອນັ້ນສາມາກເຮັດໄດ້ຢ່າງມີປະສິດທິພາບ
4.ພັກຜ່ອນໃຫ້ພຽງພໍ: ສິ່ງສຳຄັນທີ່ກ້າວໄປສູ່ຄວາມສຳເລັດຄື ການກຽມຮ່າງກາຍແລະຈິດໃຈໃຫ້ພ້ອມສຳລັບໃນແຕ່ລະມື້ ບໍ່ມີຫຍັງທີ່ຈະເຮັດໃຫ້ເຮົາມີສະມາທິແລະອົດທົນໄດ້ດີໄປກວ່າການພັກຜ່ອນທີ່ພຽງພໍ
5.ກິນເພື່ອເພີ່ມພະລັງງານໃຫ້ສະໝອງແລະຮ່າງກາຍ: ໂພສະນາການອາຫານທີ່ດີໝາຍເຖິງອາຫານທີ່ຊ່ວຍໃຫ້ສະໝອງເຮັດວຽກໄດ້ດີຂຶ້ນແລະເພີ່ມພະລັງໃຫ້ກັບຮ່າງກາຍ ເຮົາຄວນເລີ່ມຕົ້ນມື້ໃໝ່ດ້ວຍອາຫານເຊົ້າທີ່ອຸດົມໄປດ້ວຍໂປຼຕິນແລະມີຄາໂບໄຮເດດຕໍ່າ ຫຼີກລ້ຽງກາງເວັນເປັນຈຳພວກເເປ້ງແລະເຄື່ອງດື່ມປ້ອງກັນອາການງ່ວງ.