ທຸກຄົນຄວນຮູ້! 5 ໂທດຂອງນ້ຳຕານ ອັນຕະລາຍຕໍ່ສຸຂະພາບຫຼາຍກວ່າທີ່ຄິດ
ອາຫານທີ່ຂຶ້ນຊື່ວ່າມີສ່ວນປະສົມຂອງນ້ຳຕານມັກຈະມີຄວາມແຊບ ແຕ່ແຝງໄປດ້ວຍຄວາມອັນຕະລາຍກວ່າທີ່ທຸກຄົນຄາດຄິດ ປະລິມານນ້ຳຕານທີ່ໄດ້ຮັບຈາກເຂົ້າ, ເຂົ້າໜົມປັງຫຼືສ່ວນປະກອບຂອງເຄື່ອງປຸງກໍພຽງພໍແລ້ວ
ເເຕ່ເຮົາຍັງເພີ່ມຄວາມຫວານເຂົ້າເສັ້ນເລືອດໄປອີກ ມື້ນີ້ແອດມີຂໍ້ມູນກ່ຽວກັບໂທດຂອງນ້ຳຕານມາໃຫ້ທຸກຄົນໄດ້ຮູ້ກັນດັ່ງນີ້
-ນ້ຳຕານເປັນສານເລັ່ງຜິວໜັງຫ່ຽວແລະມີຮ່ອງຮອຍ ກໍ່ໃຫ້ເກີດອານຸມູນອິສະຫຼະ ການຮັບປະທານນ້ຳຕານຫຼາຍເກີນໄປອາດເຮັດໃຫ້ຜິວເສຍ, ໜ້າແກ່ ເພາະນ້ຳຕານເຮັດໃຫ້ປະຕິກິລິຍາປ່ຽນໂຄງສ້າງຂອງຄໍລະເຈນເຮັດໃຫ້ອີລາສຕິກໜ້ອຍລົງ
-ນ້ຳຕານເຮັດໃຫ້ນ້ຳໜັກເພີ່ມຂຶ້ນ ຫາກມີການບໍລິໂພກນ້ຳຕານໃນປະລິມານສູງ ຮ່າງກາຍຈະປ່ຽນນ້ຳຕານທີ່ໄດ້ຮັບຫຼາຍເກີນຄວາມຕ້ອງການໄປສະສົມກາຍເປັນໄຂມັນ ເຊິ່ງອາດເປັນສາເຫດທີ່ເຮັດໃຫ້ນ້ຳໜັກໂຕເພີ່ມຂຶ້ນສ່ຽງຕໍ່ການເກີດໂລກຕຸ້ຍໄດ້.
-ນ້ຳຕານເຮັດໃຫ້ສົມດູນຂອງເລືອດເສຍໄປ ການບໍລິໂພກນ້ຳຕານທີ່ຫຼາຍຈົນເກີນໄປ ຈະເຮັດໃຫ້ອິນຊູລິນໃນຮ່າງກາຍຜະລິດອອກມາເກີນຄວາມຈຳເປັນ ແລະຕົກຄ້າງຢູ່ໃນກະແສເລືອດ ມີຜົນຕໍ່ລະບົບການໄຫຼວຽນເລືອດ, ເຊິ່ງຖ້າຫາກມີອາການຊຳເຮື້ອກໍສົ່ງຜົນໃຫ້ເຊວກ້າມເນື້ອບໍລິເວນອ້ອມຮອບຫຼອດເລືອດຈະເລີນໄວຂຶ້ນກວ່າປົກກະຕິ.
-ນ້ຳຕານເຮັດໃຫ້ກະດູກແລະແຂ້ວບໍ່ແຂງແຮງ ນ້ຳຕານມີສ່ວນປະສົມຂອງຊູໂຄ ຖືວ່າເປັນອາຫານຊັ້ນດີໃຫ້ກັບເຫຼົ່າແບັກທີເຣຍທີ່ຢູ່ຊ່ອງປາກ
-ນ້ຳຕານເຮັດໃຫ້ຮ່າງກາຍເຊື່ອງຊືມ ການກິນນ້ຳຕານໃນປະລິມານຫຼາຍເປັນປະຈຳແທນທີ່ຈະສົດຊື່ນກັບເຮັດໃຫ້ກົດອະມິໂນທີ່ຊື່ວ່າທິບໂຕຟານເລັ່ງເຂົ້າສູ່ສະໝອງຫຼາຍເກີນໄປ ເຮັດໃຫ້ເສຍສົມດູນຂອງຮໍໂມນ.