ສາເຫດຂອງອາການເຈັບຫຼັງທີ່ຄວນລະວັງ

ສາເຫດຂອງອາການເຈັບຫຼັງທີ່ຄວນລະວັງ

ອາການເຈັບຫຼັງ ສາມາດເກີດຂຶ້ນໄດ້ໃນເດັກນ້ອຍ, ໄວລຸ່ນຫຼືຜູ້ໃຫຍ່ ເຊິ່ງປັດໄຈສ່ຽງທີ່ເຮັດໃຫ້ເກີດອາການເຈັບຫຼັງ ເກີດໄດ້ຫຼາຍສາເຫດສົ່ງຜົນໃຫ້ເເກີດບັນຫາຂໍ້ຕໍ່ກະດູກສັນຫຼັງອັກເສບ, ກ້າມເນື້ອອັກເສບຊຳເຮື້ອ, ໝອນຮອງກະດູກສັນຫຼັງອັກເສບ ຫຼືໝອນຮອງກະດູກທັບເສັ້ນປະສາດ ເຊິ່ງເຫດຫຼັກໆທີ່ຄວນລະວັງມີດັ່ງນີ້:


-ການແບກຂອງໜັກຫຼືການກົ້ມໜ້າຫຼິ້ນໂທລະສັບເປັນເວລາດົນ
-ນ້ຳໜັກໂຕທີ່ຫຼາຍເກີນໄປ ຫຼືຢູ່ໃນພາວະທີ່ນ້ຳໜັກໂຕເກີນ ສົ່ງຜົນໃຫ້ມອນຮອງກະດູກສັນຫຼັງແລະກົ້ນກົບຮັບພາລະຫຼາຍກວ່າຈຸດອື່ນ ຈຶ່ງເຮັດໃຫ້ເກີດອາການເຈັບຫຼັງ
-ນັ່ງເຮັດວຽກເປັນເວລາດົນ ລືທ່າທາງໃນການເຄື່ອນໄຫວຜິດປົກກະຕິ


-ຍົກຂອງໜັກ, ກົ້ມຍົກຂອງຜິດວິທີ ອາການເຈັບຫຼັງນັ້ນອາດເກີດຈາກກ້າມເນື້ອອັກເສບ ດັ່ງນັ້ນຈຶ່ງບໍ່ຄວນຍົກຂອງໜັກເກີນໄປ
-ນອນຜິດທ່າເຮັດໃຫ້ປວດຫຼັງ ບ່ອນນອນແຂງຫຼືນຸ້ມເກີນໄປ
-ຫຼິ້ນກິລາຜິດທ່າ ຫຼືຫຼິ້ນກິລາຢ່າງໜັກ
ອາການເຈັບຫຼັງສາມາດຮັກສາໄດ້ໂດຍເລີ່ມຈາກຕົວເຮົາ ພຽງປັບພຶດຕິກຳການນັ່ງ, ຢືນ ນອນໃຫ້ເໝາະສົມ ຫຼີກລ່ຽງການຍົກຂອງໜັກ ແລະຫັນມາອອກກຳລັງກາຍເສີມສ້າງຄວາມແຂງແຮງສ່ວນຫຼັງເພື່ອໃຊ້ເປັນວິທີແກ້ປວດຫຼັງ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page