ຊາວຣັດເຊຍແຫ່ອອກນອກປະເທດຫຼັງ ປູຕິນ ລະດົມພົນເກນທະຫານຮ່ວມໃນຢູເຄຼນ

ຊາວຣັດເຊຍແຫ່ອອກນອກປະເທດຫຼັງ ປູຕິນ ລະດົມພົນເກນທະຫານຮ່ວມໃນຢູເຄຼນ

ຊາວຣັດເຊຍຕໍ່ແຖວຍາວ ເພື່ອເຮັດເລື່ອງຂ້າມແດນເຂົ້ັ້າຄາຊັດສະຖານແລະຟິນແລນ ຫຼັງປະທານາທິບໍດີວະລາດິເມຍ ປູຕິນ ສັ່ງລະດົມກຳລັງພົນເກນທະຫານເຂົ້າຮ່ວມປະຕິບັດການທາງທະຫານໃນຢູເຄຼນ

ໂດຍບໍລິເວນດ່ານຜ່ານແດນພາກພື້ນໂອເຣນເບິກຂອງຣັດເຊຍ ກັບເມືອງມາທາໂຄໂວຂອງຄາຊັດສະຖານ ມີລົດໃຫຍ່ຕໍ່ແຖວຈຳນວນ 4ແຖວ ຍາວຫຼາຍຮ້ອຍແມັດ ເພື່ອເຮັດເລື່ອງຂ້າມເຂດແດນຈາກຣັດເຊຍ-ຄາຊັດສະຖານ ເຈົ້າໜ້າທີ່ຄາຊັດສະຖານ ລະບຸວ່າ ໃນຈຳນວນດ່ານຜ່ານແດນຣັດເຊຍ-ຄາຊັດສະຖານລວມ 30ແຫ່ງ ມີຢູ່4ດ່ານທີ່ມີຄົນມາເຮັດເລື່ອງຂ້າມເຂດແດນຈຳນວນຫຼາຍຈົນແອອັດຢ່າງເຫັນໄດ້ຊັດໃນຊ່ວງນີ້ ໂດຍສະເພາະຫຼັງຣັດເຊຍສັ່ງລະດົມກຳລັງພົນເກນທະຫານທີ່ຜ່ານມາ


ນອກຈາກນີ້ຍັງມີລາຍງານຄົນຕໍ່ແຖວຍາວຕາມດ່ານຂ້າມແດນອື່ນໆ ຂອງຣັດເຊຍລວມທັງດ່ານທີ່ຕິດຊາຍແດນຈໍເຈຍແລະຟິນເເລນ ຂະນະທີ່ປີ້ໂດຍສານເຮືອບິນທ່ຽວຂາໄປຢ່າງດຽວຈາກກຣຸງມອສໂກຂອງຣັດເຊຍໄປຍັງປາຍທາງຕ່າງປະເທດທີ່ຢູ່ບໍ່ໄກຈາກຣັດເຊຍ ລາຄາພຸ່ງຂຶ້ນເກີນ 5.000ໂດລາສະຫະລັດອີກທັງປີ້ຍົນສ່ວນໃຫຍ່ຖືກຂາຍໝົດກ້ຽງ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page