ສະຫະລັດເຜີຍຣັດເຊຍຂາຍນ້ຳມັນໃຫ້ຈີນ-ອິນເດຍ ດ້ວຍການຫຼຸດລາຄາຄັ້ງໃຫຍ່

ສະຫະລັດເຜີຍຣັດເຊຍຂາຍນ້ຳມັນໃຫ້ຈີນ-ອິນເດຍ ດ້ວຍການຫຼຸດລາຄາຄັ້ງໃຫຍ່

ລັດຖະມົນຕີຄຣັງສະຫະລັດເຜີຍ ຣັດເຊຍໄດ້ສະເໜີຂາຍນ້ຳມັນໃຫ້ຈີນແລະອິນເດຍດ້ວຍການຫຼຸດລາຄາຄັ້ງໃຫຍ່
ເຈເນັດ ເຍເລນ ລັດຖະມົນຕີຄຣັງສະຫະລັດເປີດເຜີຍວ່າຣັດເຊຍປະເຊີນບັນຫາຈາກການທີ່ຊາດຕາເວັນຕົກມີແຜນກຳນົດລາຄານ້ຳມັນຂອງຣັດເຊຍ

ເຮັດໃຫ້ຣັດເຊຍສະເໜີການຫຼຸດລາຄານ້ຳມັນຄັ້ງໃຫຍ່ຕໍ່ຊາດພັນທະມິດ ຂະນະດຽວກັນເບິ່ງຫາລູກຄ້າທ່ານອື່ນດ້ວຍ
ເຍເລນກ່າວຕໍ່ໄປວ່າ ໃນເດືອນທັນວານີ້ ຢູໂຣບຈະລະງັບການຊື້ນ້ຳມັນດິບມື້ລະ 3ລ້ານບາເຣວ ເພື່ອເພີ່ມແຮງກົດດັນຕໍ່ຣັດເຊຍ ເຮັດໃຫ້ຣັດເຊຍເບິ່ງຫາລູກຄ້າລາຍໃໝ່ທີ່ຕ້ອງການນ້ຳມັນ ແຕ່ຢູໂຣບກຳລັງປະເຊີນລະດູໜາວອັນຮຸນແຮງ ດ້ວຍສະຖານະການແຫຼ່ງພະລັງງານຕຶງຕົວເນື່ອງຈາກຢູໂຣບຕັດຂາດພະລັງງານຈາກຣັດເຊຍ.


ປະທານາທິບໍດີ ວະລາດິເມຍ ປູຕິນ ຜູ້ນຳຣັດເຊຍແລະເຈົ້າຊາຍໂມຮຳເໝັດ ບິນ ຊຳມານມົງກຸດຣາດຊະກຸມມານຂອງຊາອຸ ໄດ້ຫາລືກັນເຖິງຄວາມຮ່ວມມື ເພື່ອສະຖຽນລະພາບຂອງຕະຫຼາດນ້ຳມັນໂລກ.
ກ່ອນໜ້ານີ້ໃນເດືອນກໍລະກົດສອງປະເທດລະບຸວ່າ ຍັງຄົງຍຶດໝັ້ນຕໍ່ຂໍ້ຕົກລົງຂອງໂອເປກພັສ ເພື່ອຮັກສາສະຖຽນລະພາບຂອງຕະຫຼາດແລະຄວາມສົມດູນຂອງອຸປະສົງແລະອຸປະທານ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page