ສັນຍານເຕືອນສ່ຽງພາວະຢຸດຫາຍໃຈຂະນະນອນຫຼັບ

ສັນຍານເຕືອນສ່ຽງພາວະຢຸດຫາຍໃຈຂະນະນອນຫຼັບ

ພາວະຢຸດຫາຍໃຈໃນຕອນຫຼັບ ເປັນກຸ່ມອາການຊະນິດໜຶ່ງທີ່ເມື່ອຫຼັບຊະນິດແລ້ວຮ່າງກາຍຈະເກີດຄວາມຜິດປົກກະຕິທາງການຫາຍໃຈເຊັ່ນ ມີການຢຸດຫາຍໃຈຂະນະຫຼັບ ເຮົາລອງມາເບິ່ງກັນວ່າອາການແບບໃດສ່ຽງພາວະຢຸດຫາຍໃຈຂະນະນອນຫຼັບດັ່ງລຸ່ມນີ້

-ນອນໂກນສຽງດັງຫຼາຍ ແລະໂກນດັງເປັນປະຈຳຫຼາຍກວ່າ 3ຄືນ/ອາທິດ
-ສຽງໂກນຢຸດເປັນບາງຊ່ວງ ແລ້ວຕາມດ້ວຍສຽງຫາຍໃຈເຮືອກສະແດງເຖິງການຢຸດຫາຍໃຈ ແລະເລີ່ມຫາຍໃຈຂຶ້ນອີກຄັ້ງ
-ຫາຍໃຈຂັດເພື່ອຫາອາກາດ ມີອາການສະເດິດຕື່ນ


-ຮູ້ສຶກຫງຸດຫງິດງ່າຍ ອາລົມບໍ່ດີຕະຫຼອດ, ບໍ່ມີສະມາທິແລະຂີ້ລືມ
-ເຈັບຫົວຕອນຕື່ນນອນບໍ່ສົດຊື່ນ
-ງ່ວງນອນໃນລະຫວ່າງມື້ສົ່ງຜົນໃຫ້ຄຸນນະພາບຂອງການເຮັດວຽກຕໍ່າລົງ ແລະເຜີນອນຫຼັບໃນເວລາທີ່ບໍ່ເໝາະສົມ


ອາການຢຸດຫາຍໃຈຂະນະຫຼັບ ເປັນບັນຫາສຸຂະພາຍທີ່ກ່ຽວກັບລະບົບທາງເດີນຫາຍໃຈ ດັ່ງນັ້ນເມື່ອພົບຄວາມຜິດປົກກະຕິຄວນເຂົ້າຮັບການປຶກສາຈາກແພດຜູ້ຊ່ຽວຊານເພື່ອກວດຫາສາເຫດທັນທີ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page