ຟິນແລນກຽມສັ່ງຫ້າມນັກທ່ອງທ່ຽວຣັດເຊຍເຂົ້າປະເທດຫຼັງປູຕິນປະກາດລະດົມພົນ
ຟິນແລນກຽມຫ້າມນັກທ່ອງທ່ຽວຊາວຣັດເຊຍເຂົ້າປະເທດໃນໄວໆນີ້ ຫຼັງຄຳສັ່ງລະດົມພົນຂອງປະທານາທິບໍດີວະລາດິເມຍ ປູຕິນແຫ່ງຣັດເຊຍຈຳນວນຫຼາຍຫຼັງໄຫຼເຂົ້ົົົົົົົົົົົົົົົົົົົົົົາສູ່ຟິນແລນ ເພື່ອຫຼົບໜີການເກນທະຫານ
ລັດຖະບານກາງ-ຊ້າຍຂອງຟິນແລນເປີດເຜີຍວ່າຈະຢຸດຮັບນັກທ່ອງທ່ຽວຊາວຣັດເຊຍໃນຊ່ວງບໍ່ຮອດມື້ທີ່ຜ່ານມາ ຂະນະທີ່ລັດຖະບານປະເຊີນແຮງກົດດັນຈາກປະຊາຊົນແລະພັກຝ່າຍຄ້ານທີ່ສະໜັບສະໜູນການສັ່ງຫ້າມດັ່ງກ່າວ
ປະທານາທິບໍດີຊາອູລີ ນິນິສໂທຂອງຟິນແລນເປີດເຜີຍວ່າ ຄວາມຕ້ອງການດັ່ງກ່າວແລະຈຸດປະສົງກໍຄືເພື່ອຫຼຸດຈຳນວນຜູ້ທີ່ຈະເດີນທາງຈາກຣັດເຊຍມາຍັງຟິນແລນ
ທັ້ງນີ້ການຕັດສິນໃຈຂອງຟິນແລນມີຂຶ້ນຂະນະທີ່ສາທາລະນະລັດເຊັກເຊິ່ງເປັນປະທານສະພາຢູໂຣບ (EU) ໃນຂະນະນີ້ໄດ້ຮຽກປະຊຸມສຸກເສີນເພື່ອຮັບມືກັບວິກິດດັ່ງກ່າວ
ບັນດາເອກອັກຖະລັດສະທູດຈາກປະເທດສະມາຊິກ EU ຈະປະຊຸມກັນພາຍໃຕ້ມາດຕາການຂອງ EU ເພື່ອຫາລືກ່ຽວກັບແນວໂນ້ມທີ່ຂະມີປະຊາຊົນອົບພະຍົບອອກຈາກຣັດເຊຍໃນລະດັບທີ່ສູງຂຶ້ນແລະສະຖານະການໃນອານາຄົດທີ່ເປັນໄປໄດ້ໃນສົງຄາມຣັດເຊຍ-ຢູເຄຼນ.