ເກົາຫຼີເໜືອກຽມທົດສອບການຍິງຂີປະນາວຸດຈາກເຮືອດຳນ້ຳ
ກອງທັບເກົາຫຼີໃຕ້ເຕືອນກວດພົບກິດຈະກຳເກົາຫຼີເໜືອກຽມທົດສອບຍິງຂີປະນາວຸດຈາກເຮືອດຳນ້ຳ ໃນຂະນະທີ່ຮອງປະທານາທິບໍດີກົມລາ ແຮຣິສກຽມຢາມອາຊີ
ສຳນັກຂ່າວຂອງເກົາຫຼີໃຕ້ລາຍງານວ່າ ເກົາຫຼີເໜືອກຽມທົດສອບຍິງຂີປະນາວຸດຈາກເຮືອດຳນ້ຳ ໂດຍກອງທັບເກົາຫຼີໃຕ້ກວດພົບກິດຈະກຳກ່ຽວກັບການກຽມທົດສອບຍິງຂີປະນາວຸດ ທີ່ເມືອງຊິໂປ ຕິດແຄມຝັ່ງດ້ານຕາເວັນອອກຂອງເກົາເໜືອ ເຮັດໃຫ້ທາງກອງທັບເກົາຫຼີໃຕ້ເພີ່ມລະດັບການຕື່ນຕົວເຝົ້າລະວັງເກົາຫຼີເໜືອທົດສອບຂີປະນາວຸດແລ້ວ
ຂ່າວນີ້ເກີດຂຶນໃນຂະນະທີ່ເກົາຫຼີໃຕ້ກຽມຕ້ອນຮັບການຢາມຂອງຮອງປະທານາທິບໍດີ ກົມລາ ແຮຣິສ ຂອງສະຫະລັດ ໃນວັນທີ 29ກັນຍາ ໂດຍປະທານາທິບໍດີ ຢູນ ຊັອກ-ຢໍ ຂອງເກົາຫຼີໃຕ້ ກຽມຫາລືປະເດັນເກົາຫຼີເໜືອແລະ
ຄວາມໝັ້ນຄົງທາງເສດຖະກິດກັບຮອງປະທານາທິບໍດີແຮຣິສ ນອກຈາກນີ້ເຈົ້າໜ້າທີ່ສະຫະລັດຍັງເຕືອນລ່າສຸດວ່າເກົາຫຼີເໜືອາດຈະທົດສອບອາວຸດນິວເຄຼຍເປັນຄັ້ງທຳອິດໃນຮອບ 5ປີ ໃນລະຫວ່າງທີ່ແຮຣິສຢາມຍີ່ປຸ່ນກັບເກົາຫຼີໃຕ້ໃນໄວໆນີ.