ປະທານາທິບໍດີວະລາດິມີ ປູຕິນ ລົງນາມບັງຄັບໃຊ້ກົດໝາຍສະບັບແກ້ໄຂເພີ່ມໂທດຄົນໜີທະຫານໜັກຂຶ້ນ
ປະທານາທິບໍດີວະລາດິມີ ປູຕິນຂອງຣັດເຊຍ ໄດ້ລົງນາມກົດໝາຍສະບັບແກ້ໄຂດັ່ງກ່າວບັງຄັບໃຊ້ກັບທັ້ງທະຫານເກນແລະທະຫານອາຊີບ ຜູ້ທີ່ບໍ່ຍອມເຂົ້່າຮັບການເກນທະຫານ ຄົນທີ່ຫຼົບໜີທະຫານ ຜູ້ຝ່າຝືນຫຼືຕໍ່ຕ້ານຄຳສັ່ງກອງທັບ ຈະຖືກລົງໂທດຈຳຄຸກດົນເຖິງ 15ປີ
ທັ້ງນີ້ກົດໝາຍສະບັບນີ້ບັງຄັບໃຊ້ລະຫວ່າງເກີດຄວາມຂັດແຍ້ງ ຫຼືໃນຊ່ວງທີ່ປະກາດໃຊ້ກົດໝາຍໄອຍະການເສິກແລະການປະກາດລະດົມກຳລັງພົນສຳຮອງ ໂດຍຜູ້ນຳຣັດເຊຍຫາກໍປະກາດຄຳສັ່ງລະດົມກຳລັງພົນສຳຮອງອາທິດທີ່ຜ່ານມາ.
ດ້ານຕຳຫຼວດຣັດເຊຍ ນຳກຳລັງເຂົ້າສະຫຼາຍການຊຸມນຸມຂອງກຸ່ມຜູ້ປະທ້ວງ ຕໍ່ຕ້ານຄຳສັ່ງລະດົມກຳລັງພົນສຳຮອງຂອງລັດຖະບານ ໂດຍຕາມຂໍ້ມູນຂອງ OVD-Info ກຸ່ມກວດສອບການປະທ້ວງອິດສະຫຼະໃນຣັດເຊຍລະບຸວ່າ ການປະທ້ວງຕໍ່ຕ່ານຄຳສັ່ງເກນກຳລັງພົນສຳຮອງເພື່ອເຂົ້າຮ່ວມ
ປະຕິບັດການທາງທະຫານໃນຢູເຄຼນຂອງຣັດເຊຍເກີດຂຶ້ນໃນ 32ເມືອງທົ່ວປະເທດລວມທັງໃນກຣຸງມອສໂກ
ພ້ອມລະບຸວ່າມີຜູ້ຊຸມນຸມປະທ້ວງຖືກຈັບລວມຫຼາຍກວ່າ 730ຄົນ ເນື່ອງຈາກເປັນການຊຸມນຸມປະທ້ວງໂດຍບໍ່ຂໍອານຸຍາດແລະຂັດຕໍ່ກົດໝາຍຣັດເຊຍ.