ຈີນຮຽກຮ້ອງຣັດເຊຍແລະຢູເຄຼນ ຢ່າປ່ອຍໃຫ້ຜົນກະທົບຂອງວິກິດຂັດແຍ້ງ ບານປາຍ ແລະຂໍໃຫ້ແກ້ບັນຫາທາງການທູດຢ່າງເລັ່ງດ່ວນ
ໃນການກ່າວຕໍ່ໃນກອງປະຊຸມໃຫຍ່ສະຫະປະຊາຊາດ ຫວັງ ອີ້ ລັດຖະມົນຕີຕ່າງປະເທດຂອງຈີນບໍ່ໄດ້ສະແດງທ່າທີສະໜັບສະໜູນຢ່າງແຂງຂັນໃນການໃຊ້ປະຕິບັດການທາງທະຫານຂອງຣັດເຊຍໃນຢູເຄຼນ ແມ່ນວ່າຣັດເຊຍເປັນພັນທະມິດຂອງຈີນ
ຫວັງ ກ່າວວ່າ ຈີນຂໍຮຽກຮ້ອງໃຫ້ທຸກຝ່າຍທີ່ມີຄວາມເປັນຫ່ວງຕໍ່ວິກິດດັ່ງກ່າວ ບໍ່ປ່ອຍສະຖານະການຮຸກຮານບານປາຍ ແລະເພື່ອປົກປ້ອງສິດທີ່ຖືກຕ້ອງຕາມກົດໝາຍແລະຜົນປະໂຫຍດຂອງປະເທດກຳລັງພັດທະນາ
ລັດຖະມົນຕີຕ່າງປະເທດຂອງຈີນຍັງຮຽກຮ້ອງໃຫ້ເຈລະຈາສັນຕິພາບ ທີ່ຍຸຕິທຳແລະປະຕິບັດການໄດ້ແທ້ ເພື່ອແກ້ໄຂບັນຫາທົ່ວໂລກ ຈີນສະໜັບສະໜູນຄວາມພະຍາຍາມທັງໝົດທີ່ເອື້ອຕໍ່ການແກ້ບັນຫາຢ່າງສັນຕິໃນວິກິດຢູເຄຼນ.
ຄວາມສຳຄັນຢ່າງເລັ່ງດ່ວນຄືການອຳນວຍຄວາມສະດວກໃນການເຈລະຈາສັນຕິພາບ ການແກ້ໄຂບັນຫາພື້ນຖານຄືການແກ້ບັນຫາຄວາມກັງວົນດ້ານຄວາມໝັ້ນຄົງທີ່ຖືກຕ້ອງຕາມກົດໝາຍຂອງທຸກຝ່າຍ ແລະສ້າງສະຖາປັດຕະຍະກຳຄວາມໝັ້ນຄົງທີ່ສົມດູນ ມີປະສິດທິພາບແລະຍັ່ງຢືນ.