2 ເລື່ອງລາວສອນໃຈ ຄົນເປັນພໍ່ແມ່ຍຸກນີ້..ບໍ່ມັກໃຫ້ລູກຮູ້ຈັກຄວາມລຳບາກ

2 ເລື່ອງລາວສອນໃຈ ຄົນເປັນພໍ່ແມ່ຍຸກນີ້..ບໍ່ມັກໃຫ້ລູກຮູ້ຈັກຄວາມລຳບາກ

ເຊິ່ງການສອນລູກໃນຍຸກສະໄໝນີ້ ຫຼາຍຄົນກໍໃຫ້ລູກຢູ່ຢ່າງສະບາຍ ເປັນຄືດັ່ງໄຂ່ໃນຫິນ ເພາະວ່າຢ້ານລູກຈະລຳບາກຢ້ານລູກໄດ້ຮັບອັນຕະລາຍຢາກໃຫ້ລອງເບິ່ງ 2ເລື່ອງຈິງທີ່ພໍ່ແມ່ຍຸກນີ້ຈະຊ່ວຍໃຫ້ຂໍ້ຄິດໄດ້ຫຼາຍຢ່າງ

ຄອບຄົວທີ 1 ພໍ່ແມ່ເປັນໜີ້ເກືອບ 20ລ້ານ
ຄອບຄົວນີພໍ່ເຮັດວຽກໜັກ ເພື່ອຈະໄດ້ພາຄອບຄົວຢູ່ໄດ້ແລະຫາເງິນປົດໜີ້ ໃນສ່ວນລູກຊາຍນັ້ນກຳລັງເຂົ້າຮຽນມະຫາວິທະຍາໄລ ພໍຮອດຕອນສວຍເຂົ້າຫ້ອງຫຼິ້ນເກມ,ກິນເຂົ້າ ທ່ຽວກັບຫຼິ້ນກັບໝູ່ເພື່ອນ

ພໍ່ແມ່ເອງກໍແກ່ລົງໄປທຸກມື້ສົ່ງຂອງໃຫ້ລູກຄ້າບໍ່ທັນເລີຍບອກໃຫ້ລູກຊາຍມາຊ່ວຍພໍ່ແຕ່ລູກກັບຕອບວ່າພໍ່ເຂົາວ່າ ເປັນຫຍັງພໍ່ບໍ່ຮັບສະໝັກພະນັກງງານ ແລ້ວເຂົາກໍຕັດສາຍໄປ ແລະນັ່ງຫຼິ້ນເກມຕໍ່ຢ່າງສະບາຍໃຈ

ໂດຍບໍ່ໄດ້ສົນໃຈວ່າພໍ່ຈະເຮັດວຽກໜັກເທົ່າໃດ ແລ້ວມືໜອ່ງພໍ່ກໍຈາກໄປໂດຍຖິມໜີ້ສິນໄວ້ໃຫ້ ແລະແມ່ກໍນຳລູກໄປຝາກໄປກັບພີ່ນ້ອງ ສ່ວນແມ່ກໍລະທາງໂລກໄປບວດຊີ ຕອນນີລູກບໍ່ເຫຼືອຫຍັງເລີຍບ້ານລັງໃຫຍ່ທີ່ເຄີຍຢູ່ກໍບໍ່ມີເພາະຖືກຍຶດໄປໝົດ ສຸດທ້າຍບໍ່ມີເງີນຮຽກຈົນຕ້ອງລາອອກ ໄປຂໍຄວາມຊ່ວຍເຫຼືອໆໝູ່ເພື່ອນກໍຫາຍນ້າໝົດເລີຍຈົນຕ້ອງໄປເຮັດວຽກທີ່ຮ້ານເກມທີ່ຫຼິ້ນປະຈຳເປັນຄົນເຝົ້າຮ້ານ.

ຄອບຄົວທີ 2 ຢູ່ແຖວທຳມະດາ
ເຊິ່ງຄອບຄົວນີ້ເຮັດການຄ້າຂາຍດ້ວຍຕົນເອງໂດຍການຕື່ນເຊົ້າທຸກມື້ ດຸໝັ່ນຊ່ວຍພໍ່ແມ່ຫາເງິນ ແລ້ວກໍໄປໂຮງຮຽນເພື່ອຫາຄວາມຮູ້ວ່າງຈາກການຮຽນກໍມາຊ່ວຍວຽກຄອບຄົວຕອນຄໍ່າກໍປິດຮ້ານເດິກມາກໍກຽມວຽກບ້ານ

ຖ້າທາງບ້ານມີບັນຫາປ່ວຍໄຂ້ບໍ່ສະບາຍເຂົາຈະລາອາຈານກັບມາດູແລຄອບຄົວ ເຊິ່ງໃນຕອນນີເຂົາກໍ່ມີວຽກເຮັດງານທຳຫຼາຍຮ້ອຍລ້ານ ແລະລ່ຳລວຍໄດ້ກໍເພາະຄວາມສາມາດຂອງເຂົາເອງ ຮຽນຈົບມາກໍເຮັດວຽກດູແລຄອບຄົວແລະຢູ່ຢ່າງມີຄວາມສຸກ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page