ເມື່ອຍບໍ່? ກວ່າຊີວິດຈະຜ່ານໄປແຕ່ລະມື້ ອ່ານຈົບແລ້ວຈະມີກຳລັງໃຈ

ເມື່ອຍບໍ່? ກວ່າຊີວິດຈະຜ່ານໄປແຕ່ລະມື້ ອ່ານຈົບແລ້ວຈະມີກຳລັງໃຈ

ເມື່ອຍເນາະ..ຊີວິດທີ່ກວ່າຈະຜ່ານໄປໄດ້ແຕ່ລະມື້
ບາງບຄົນ..ມີຄອບຄົວດີ, ໝູ່ເພື່ອນດີ ເວລາລົ້ມ..ແລ້ວບໍ່ຕ້ອງກັງວົນວ່າຈະບໍ່ເຫຼືອໃຜ
ບາງຄົນ..ຕໍ່ໃຫ້ມີຄອບຄົວ ເພື່ອນຝູງຫຼາຍ ແຕ່..ເວລາລົ້ມກໍຄືຢູ່ໂຕຄົນດຽວ


ແຕ່ໃຜຫຼາຍຄົນອາດບໍ່ມີຮອດຄົນໃຫ້ຄິດຫາ
ແຕ່ໃນທ້າຍທີ່ສຸດ ບໍ່ວ່າເຮົາຈະມີຫຼືບໍ່ມີໃຜ
ເຮົາ..ກໍຍັງມີຄົນທີ່ຮັກເຮົາຫຼາຍກວ່າໃຜແລະຫວັງດີກັບເຮົາບໍ່ເຄີຍຖິມເຮົາໄປໃສໃນມື້ທີ່ເຮົາມີບັນຫາ ຄົນໆນັ້ນຄືຄົນທີ່ເຮົາເບິ່ງເຫັນໄດ້ທຸກຄັ້ງທີ່ເບິ່ງແວ່ນ
ເມື່ອຍມາຫຼາຍກໍພັກ..ແລ້ວຄ່ອຍສູ້ຕໍ່


ນ້ຳຕາມັນໄຫຼ ກໍ່ປ່ອຍໃຫ້ມັນໄຫຼ.. ໄຫຼໄປ ອີກບໍ່ດົນ ດຽວມັນ..ກໍຢຸດເອງ
ບໍ່ມີໃຜປອບ..ກໍຮູ້ຈັກປອບຕົນເອງ ໃຫ້ກຳລັງໃຈຕົນເອງໃຫ້ເປັນ ເພາະມັນສຳຄັນກັບຊີວິດເຮົາ
ຂອບໃຈສຽງໂມງປຸກຕອນເຊົ້າ ເຮັດໃຫ້ຮູ້ວ່າເຮົາຍັງມີລົມຫາຍໃຈຢູ່
ຂອບໃຈການເດີນທາງໄປເຮັດວຽກທີ່ແສນໄກເຮັດໃຫ້ຮູ້ວ່າເຮົາ ຍັງບໍ່ຕົກງານ
ຂອບໃຈນ້ຳໜັກ ທີ່ເພີ່ມຂຶ້ນເຮັດໃຫ້ຮູ້ວ່າເຮົາ ຕ້ອງຫຼຸດນ້ຳໜັກ

ຂອບໃຈ ທີ່ເສຍເວລາອ່ານຂໍ້ຄວາມນີ້ເຮັດໃຫ້ຮູ້ວ່າ ເຮົາຍັງອ່ານອອກຂຽນໄດ້
ຈົງເບິ່ງຫາມຸມມອງທີ່ດີ ແມ່ນແຕ່ໃນເລື່ອງລາວທີ່ບໍ່ດີ ແລ້ວຈະພົບວ່າ “ ຄວາມສຸກ” ຢູ່ຮອບໆໂຕເຮົາ
ບໍ່ຕ້ອງໂລກສວຍຫຼາຍ ແຕ່ຢ່າຄິດຕິດລົບ
ບໍ່ຕ້ອງຊື່ນຊົມໃຜຫຼາຍ ແຕ່ຢ່າໄປດ່າໃຜ
ບໍ່ຕ້ອງສວຍງາມຫຼາຍ ແຕ່ຍິ້ມເຂົ້າໄວ້
ບໍ່ຕ້ອງເຮັດດີ ແຂ່ງກັບໃຜ ແຕ່ໃຈເຮົາບໍ່ຄິດຮ້າຍກໍພໍ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page