ອົດສະຕາລີຂໍໃຫ້ຈີນຊ່ວຍ ຢຸດຕິບັນຫາຄວາມຂັດແຍ້ງຣັດເຊຍ-ຢູເຄຼນ

ອົດສະຕາລີຂໍໃຫ້ຈີນຊ່ວຍ ຢຸດຕິບັນຫາຄວາມຂັດແຍ້ງຣັດເຊຍ-ຢູເຄຼນ

ລັດຖະມົນຕີວ່າການກະຊວງການຕ່າງປະເທດ ອົດສະຕາລີ ຂໍ່ໃຫ້ຈີນຊ່ວຍຍຸຕິບັນຫາຄວາມຂັດແຍ້ງຣັດເຊຍແລະຢູເຄຼນທີ່ເກີດຂຶ້ນຕໍ່ເນື່ອງມາດົນ 7ເດືອນແລ້ວ


ເພນນີ ຫວ່ອງ ລັດຖະມົນຕີວ່າການກະຊວງການຕ່າງປະເທດຂອງ ອົດສະຕາລີ ລະບຸໃນການປະຊຸມໃຫຍ່ສະຫະປະຊາຊາດ ຮຽກຮ້ອງໃຫ້ຈີນຊ່ວຍໃຊ້ອຳນາດແລະອິດທິພົນທີ່ມີຊ່ວຍຍຸຕິບັນຫາຄວາມຂັດແຍ້ງຣັດເຊຍ ແລະຢູເຄຼນ ທີ່ເກີດຂຶ້ນຕໍ່ເນື່ອງມາດົນ 7ເດືອນ


ໂດຍຕົວແທນອົດສະຕາລີ ລະບຸວ່າ ມັນເປັນເລື່ອງສຳຄັນຫຼາຍສຳລັບປະເທດທີ່ມີບົດບາດສຳຄັນໃນເວທີໂລກ ແລະມີອິດທິພົນຕໍ່ຣັດເຊຍ ໃນການກ້າວເຂົ້າມາຊ່ວຍຍຸຕິບັນຫາຄວາມຂັດແຍ້ງຣັດເຊຍແລະຢູເຄຼນລົງ ລວມເຖິງກ່າວເສີມດ້ວຍວ່າທົ່ວໂລກກຳລັງຈັບຕາເບິ່ງຈີນ ໜຶ່ງໃນປະເທດມະຫາອຳນາດແລະເປັນສະມາຊິກຖາວອນຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດເຊິ່ງມີຄວາມສຳພັນທີ່ດີກັບຣັດເຊຍ


ນອກຈາກນີ້ລາວຍັງເວົ້າເຖິງຜົນກະທົບທີ່ຈະຕາມມາໃນພາກພື້ນອິນໂດ-ປາຊີຟິກດ້ວຍວ່າ ຫາກປ່ອຍໃຫ້ເລື່ອງນີ້ຍືດເຍື້ອຕໍ່ໄປມັນຈະນຳຫາຍະນະມາສູ່ປະຊາຊົນຂອງພວກເຮົາແລະມີໂອກາດຈະຂະຫຍາຍໄປທົ່ວໂລກ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page