ຮູ້ຫຼືບໍ່? ເວລາຕາກຝົນແລ້ວເປັນຫຍັງຕ້ອງຮີບອາບນ້ຳສະຜົມ

ຮູ້ຫຼືບໍ່? ເວລາຕາກຝົນແລ້ວເປັນຫຍັງຕ້ອງຮີບອາບນ້ຳສະຜົມ

ຫຼາຍຄົນອາດເຄີຍສົງໃສແມ່ນບໍ່ວ່າເປັນຫຍັງເວລາຕາກຝົນຫຼືຖືກລະອອງຈາກຝົນແລ້ວຕ້ອງປ່ວຍ ຫຼືບໍ່ສະບາຍ ຫຼືຫາກປຽກຝົນແລ້ວ ໃຫ້ຮີບອາບນ້ຳແລະສະສົມ ບາງຄົນອາດຍັງບໍ່ຮູ້ສາເຫດທີ່ແທ້ຈິງວ່າການສະຜົມຫຼັງຈາກປຽກຝົນມາຈຳເປັນເທົ່າໃດ ມື້ນີ້ແອດມີຂໍ້ມູນມາຝາກດັ່ງນີ້:

ເພາະໃນນ້ຳຝົນລວມເຖິງລະອອງຝົນນັ້ນມີເຊື້ອໄວຣັດເເລະແບັກທີເຣຍທີ່ມາກັບອາຫາດເຈືອປົນຢູ່ ແລະແພ່ກະຈາຍໄວຫຼາຍໃນໜ້າຝົນ ມີເປັນຮ້ອຍຊະນິດທີ່ລອຍຢູ່ໃນອາກາດ ແລະເມື່ອຝົນໃກ້ຕົກລົມຈະພັດແຮງ ໄວຣັສແລະແບັກທີເຣຍເຫຼົ່ານີ້ກໍຈະເຄື່ອນໄຫວໄວຂຶ້ນໃນລັກສະນະປິວລອຍຢູ່ໃນອາກາດ ຮ່າງກາຍເຮົາກໍມີໂອກາດຮັບໄວຣັດເຂົ້າໄປຢູ່ໃນຮ່າງກາຍໄດ້ງ່າຍ

ເນື່ອງຈາກອຸນຫະພຸູມຢູ່ໃນຮ່າງກາຍຫຼຸດລົງກໍຍິ່ງເໝາະກັບການແບ່ງໂຕຂອງໄວຣັດການອາບນ້ຳສະຜົມຫຼັງຖືກຝົນຈຶ່ງເປັນເລື່ອງຈຳເປັນ ເພາະນອກຈາກຈະຊ່ວຍເຮັດຄວາມສະອາດກຳຈັດໄວຣັດທີ່ຢູ່ໂຕເຮົາແລ້ວ ຍັງຊ່ວຍປັບອຸນຫະພູມຂອງຮ່າງກາຍໃຫ້ເປັນປົກກະຕິ ຫຼັງສະຜົມແລ້ວກໍເປົ່າໃຫ້ແຫ້ງສະໜິດ ເພາະຫາກປ່ອຍໃຫ້ຜົມປຽກຂຶ້ນດົນໆ ກໍຈະເຮັດໃຫ້ເປັນຫວັດໄດ້ງ່າຍອີກດ້ວຍ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page