ໂລກສະເທືອນ! ສະຫະລັດເຕືອນຈະຕອບໂຕ້ເດັດຂາດຫາດລັດເຊຍໃຊ້ນິວເຄຼຍໃນຢູເຄຼນ
ສະຫະລັດເຕືອນເຖິງ ຜົນເສຍຫາຍ ຫາກມອສໂກໃຊ້ອາວຸດນິວເຄຼຍໃນຢູເຄຼນ ຫຼັງລັດຖະມົນຕີຕ່າງປະເທດໝີຂາວປະກາດກ້າວວ່າແຄ້ວນຕ່າງໆ ທີ່ກຳລັງຈັດປະຊາມະຕິໄດ້ຮັບການຄຸ້ມຄອງເຕັມຮູບແບບ ຫາກແຊກແຊງເຂົ້າເປັນສ່ວນໜຶ່ງຂອງຣັດເຊຍ
ການລົງປະຊາມະຕິໃນ 4ແຄ້ວນທາງພາກຕາເວັນອອກຂອງຢູເຄຼນ ເຊິ່ງມີເປົ້າມາຍຍຶດພື້ນທີ່ ມອສໂກໃຊ້ກຳລັງຍຶດຄອງມາໄດ້ນັບຕັ້ງແຕ່ເປີດສາກຮຸກຮານໃນເດືອນກຸມພາ ເຂົ້າເປັນສ່ວນໜຶ່ງຂອງດິນແດນຣັດເຊຍ ຖືກຈັດຂຶ້ນແລະຄາດໝາຍວ່າລັດຖະສະພາຣັດເຊຍຈະເຄື່ອນໄຫວຍຶດດິນແດນເຫຼົ່ານີ້ຢ່າງເປັນທາງການພາຍໃນເວລາບໍ່ຮອດມື້
ດ້ວຍການແຊກແຊງລວມ 4ແຄ້ວນ ປະກອບດ້ວຍລູຮັນໂດເນສ ເຄີຊອນແລະຊາປໍຣິຊເຊຍ ເຂົ້າເປັນສ່ວນໜຶ່ງໃນດິນແດນ ທາງມອສໂກສາມາດຕີຄວາມໄດ້ວ່າການໂຈມຕີເພື່ອທວງຄືນດິນເເດນເຫຼົ່ານີປຽບເໜືອນເປັນການໂຈມຕີຜືນແຜ່ນດິນຂອງຣັດເຊຍ ຄຳເຕືອນທີ່ສົ່ງເຖິງຄຽບແລະພັນທະມິດຕາເວັນຕົກຂອງພວກເຂົາ
ຄວາມເຄື່ອນໄຫວຂອງຣັດເຊຍໃນຄວາມພະຍາຍາມແຊກແຊງລວມທັງ 4ແຄ້ວນ ເພີ່ມຄວາມສ່ຽງເກີດການປະເຊີນໜ້າທາງທະຫານໂດຍກົງລະຫວ່າງຣັດເຊຍກັບພັນທມະມິດທະຫານນາໂຕ ລັງຈາກທີ່ຜ່ານມາຕາເວັນຕົກເຮັດໜ້າທີ່ພຽງຈັດຫາອາວຸດປ້ອນແກ່ກອງກຳລັງຄຽບ.