ເກົາຫຼີເໜືອຝືນຄຳສັ່ງປ່ອຍຂີປະນາວຸດຂ້າມທະວີບຫຼັງເກົາຫຼີໃຕ້ກຽມຊ້ອມຮົບ

ເກົາຫຼີເໜືອຝືນຄຳສັ່ງປ່ອຍຂີປະນາວຸດຂ້າມທະວີບຫຼັງເກົາຫຼີໃຕ້ກຽມຊ້ອມຮົບ

ເກົາຫຼີເໜືອຝ່າຝືນຄຳສັ່ງຫ້າມຂອງຄະນະລັດຖະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດຫຼືຢູເອັນເອສຊີ ດ້ວຍການທົດສອບປ່ອຍຂີປະນາວຸດຂ້າມທະວີບຫຼືໄອຊີບີເອັມອີກຄັ້ງ ຫຼັງເຮືອບັນທຸກເຄື່ອງບິນຂອງສະຫະລັດອາເມລິກາເຂົ້າທຽບທ່າກຽມຮ້ວມປະຕຈິບັດການຊ້ອມຮົບກັບເກົາຫຼີໃຕ້ ທ່າມກາງພາວະຕຶງຄຽດຂອງສົງຄາມຢູເຄຼນທີ່ເກົາຫຼີເໜືອເປັນໜຶ່ງໃນພັນທະມິດໃກ້ຊິດຂອງຣັດເຊຍ

ເຫດດັ່ງກ່າວເກີດຂຶ້ນທ່າມກາງຄວາມຕຶງຄຽດໃນຄາບສະໝຸດເກົາຫຼີທີ່ມີແນວໂນ້ມສູງຂຶ້ນຕໍ່ເນື່ອງຫຼັງຈາກການເຈລະຈາປົດອາວຸດນິວເຄຼຍເກົາຫຼີເໜືອຢູ່ໃນພາວະຊະງັກ ແລະທ່ານ ຄິມ ຈອງອຶນ ຜູ້ນຳສູງສຸດເກົາຫຼີເໜືອປະກາດກ້າວວ່າເກົາຫຼີເໜືອນັ້ນເປັນຊາດມະຫາອຳນາດນິວເຄຼຍແລ້ວຢ່າງບໍ່ມື້ຫວນກັບໄດ້ ລວມເຖິງກົດມາຍໃໝ່ເປີດທາງໃຫ້ເກົາຫຼີເໜືອໃຊ້ອາວຸດນິວເຄຼຍໂຈມຕີຂ້າເສິກໄດ້ກ່ອນ


ຖະແຫຼງການຂອງຄະນະເສນາທິການເກົາຫຼີໃຕ້ລະບຸວ່າ ຂີປະນາວຸດດັ່ງກ່າວຖືກປ່ອຍຂຶນຈາກເຂດແຕຊອນໃນແຂວງຍອງອັນເໜືອ ໂດຍເຄື່ອນທີ່ໄປໄດ້ໄລຍະທາງ 600ກິໂລແມັດ ທີ່ລະດັບຄວາມສູງປະມານ 60ກ.ມ ກ່ອນຕົກລົງໃນທະເລຕາເວັນອອກທີ່ຄວາມໄວສູງ 5ເທົ່າ ຂອງຄວາມໄວສຽງຫຼື 5ມັກ


ຂະນະທີ່ທາງການຍີ່ປຸ່ນລະບຸເຖິງການກະທຳຂອງເກົາຫຼີເໜືອເປັນສິ່ງທີ່ອະໄພໃຫ້ບໍ່ໄດ້ແລະຍອມຮັບວ່າຄວາມກ້າວໜ້າຢ່າງວ່່ອງໄວຂອງເທັກໂນໂລຊີຂີປະນາວຸດເກົາຫຼີເໜືອນັ້ນເປັນສິ່ງທີ່ຍີ່ປຸ່ນບໍ່ອາດເບິ່ງຂ້າມໄດ້.

Leave a Reply

Your email address will not be published. Required fields are marked *

You cannot copy content of this page