7ຄຳເວົ້າຢ່າໃຊ້ກັບຄົນຮັກ ຮູ້ບໍ່ວ່າຈະເຮັດໃຫ້ເຂົາເສຍໃຈ

7ຄຳເວົ້າຢ່າໃຊ້ກັບຄົນຮັກ ຮູ້ບໍ່ວ່າຈະເຮັດໃຫ້ເຂົາເສຍໃຈ

1.ເລີກກັນເນາະ: ຄຳນີ້ເປັນຄຳທີ່ຫ້າມເວົ້າ ເພາະສ່ວນຫຼາຍມັກເວົ້າໂດບໍ່ຄິດ ເວົ້າດ້ວຍອາລົມ ພໍມີສະຕິຂຶ້ນມາກໍຄິດວ່າບໍ່ໜ້າເວົ້າເລີຍ ບາງຄົນຈະກັບໄປກໍສາຍເກີນໄປແລ້ວ
2.ຮູ້ແບບນີ້ບໍ່ແຕ່ງກໍດີ: ກ່ອນແຕ່ງງານຮັກກັນປານກືນກິນ ເລືອກແລ້ວເລືອກອີກຄົນນີ້ເຮົາຈະຝາກຊີວິດໄວ້ ແຕ່ພໍບໍ່ຖືກໃຈຫຍັງຈັກຢ່າງກໍຈົ່້ມຄຳນີ້ອອກມາໃຫ້ຄົນຟັງສະເທືອນໃຈ


3.ຢາກເຮັດຫຍັງກໍເຮັດ: ເປັນປະໂຫຍດທີ່ເບິ່ງຄືປະຊົດ ແຕ່ຄົນທີ່ເຂົາຟັງກໍເປັນປະໂຫຍດທີ່ເຈັບປວດຄືກັນ ເປັນຄຳເວົ້າທີ່ຕັດຄວາມສຳຄານ
4.ແລ້ວທີເຈົ້າເດ: ເປັນປະໂຫຍດທີ່ແນວໃດຂ້ອຍກໍບໍ່ຜິດ ເພາະທີ່ເຈົ້າຍັງເຮັດໄດ້ ແຕ່ຮູ້ບໍ່ການທີ່ເຂົາເຄີຍເຮັດເລື່ອງບໍ່ດີ ຫຼືເລື່ອງທີ່ເຮັດໃຫ້ເຮົາເສຍໃຈກໍບໍ່ຈຳເປັນທີ່ເຮົາຕ້ອງເຮັດຄືເຂົາເພາະເຮົາກໍຮູ້ດີວ່າສິ່ງທີ່ເຂົາເຮັດມັນເຈັບປວດ


5.ເຈົ້າກໍຄືພໍ່ເຈົ້າຫັ້ນແຫຼະ: ໃຜໆກໍຮັກພໍ່ແມ່ຕົນເອງ ບາງທີການເວົ້າດູຖູກພຽງດເຂົາຄົນດຽວເຂົາອາດຈະຮັບໄດ້ ແຕ່ການທີ່ເຮົາໄປລາມປາມຮອດພໍ່ແມ່ເຂົາເຊິ່ງບໍ່ກ່ຽວກັນເລີຍ
6.ເຈົ້າບໍ່ເຄີຍເຮັດຫຍັງດີເລີຍ: ໃນລະຫວ່າງທີ່ຄົບກັນມັນມີຫຼາຍສິ່ງບຫຼາຍຢ່າງທີ່ສາວໆຢາກຈະໄດ້ມັນມາ ແຕ່ເຂົາກໍບໍ່ສາມາດເຮັດໃຫ້ມັນໄດ້ ຄວນໃຫ້ກຳລັງໃຈແລະຊ່ວຍກັນສ້າງມັນຂຶນມາດີກວ່າ
7.ເພາະເຈົ້າຫັ້ນແລະ: ເວລາຜິດກັນຢ່າພຽງແຕ່ຫາເຫດຜົນມາໂທດວ່າໃຜຫຼືໂຍນຄວສາມຜິດໃຫ້ເປັນຂອງໃຜຄົນໜຶ່ງ ເພາະມັນອາດເຮັດໃຫ້ເຮັດການບານປາຍໄປຫຼາຍກວ່າເກົ່າ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page