ສະຫະລັດ-ເກົາຫຼີໃຕ້ຊ້ອມຮົບກອງເຮືອປະສົມ ຄັ້ງທຳອິດໃນຮອບ 5ປີ ຫຼັງເກົາຫຼີເໜືອຍິງຂີປະນາວຸດລົງທະເລ

ສະຫະລັດ-ເກົາຫຼີໃຕ້ຊ້ອມຮົບກອງເຮືອປະສົມ ຄັ້ງທຳອິດໃນຮອບ 5ປີ ຫຼັງເກົາຫຼີເໜືອຍິງຂີປະນາວຸດລົງທະເລ

ສະຫະລັດອາເມຣິກາແລະເກົາຫຼີໃຕ້ເລີ່ມເຮັດການຊ້ອມຮົບກອງເຮືອແບບປະສົມບໍລິເວນມະຫາສະມຸດເກົາຫຼີ ເປັນຄັ້ງທຳອິດໃນຮອບ 5ປີ ຫຼັງຈາກທີ່ເກົາຫຼີເໜືອຍິງຂີປະນາວຸດຖິ້ມຕົວລົງທະເລກ່ອນໜ້ານີ້

ໂດຍການຊ້ອມຮົບທາງນ້ຳທີ່ຈະໃຊ້ເວລາ 4ມື້ ບໍລິເວນເເຄມຝັ່ງຕາເວັນອອກຂອງເກົາຫຼີໃຕ້ໃນຄັ້ງນີ ກອງທັບເຮືອນເກົາຫຼີໃຕ້ກ່າວວ່າ ຈະມີກອງເຮືອກວ່າ 20ລຳ ແລະເຮືອບິນອີກໜຶ່ງປະເພດເຂົ້າຮ່ວມໃນການຝຶກເຮັດສົງຄາມຕໍ່ຕ້ານກອງເຮືອແລະເຮືອດຳນ້ຳ ການຊ້ອມຮົບທາງຍຸດທະວິທີ ແລະປະຕິບັດການທາງທະເລອື່ນທ


ກອງທັບເຮືອເກົາລີໃຕ້ຖະແຫຼງວ່າ ການຊ້ອມຮົບຄັ້ງນີ້ຖືກກຽມການເພື່ອສະແດງເຖິງຄວາມມຸ່ງໝັ້ນອັນແຂງແຮງຂອງພັນທະມິດລະຫວ່າງເກົາຫຼີໃຕ້ແລະສະຫະລັດ ໃນການຕອບໂຕ້ການຍຸແຍ່ຂອງເກົາຫຼີເໜືອ ສອດຄ້ອງກັບທ່າທີຂອງທ່ານ ຍຸນ ຊອກຢໍ ປະທານນາທິບໍດີເກົາຫຼີໃຕ້ ທີ່ໄດ້ກ່າວວາຈາຢ່າງແຂງກ້າວ

ພາຍຫຼັງການເຂົ້າຮັບຕຳແໜ່ງໃນເດືອນພຶດສະພາທີ່ຜ່ານມາ ທີ່ຈະເສີມສ້າງຄວາມເຂັ້ມແຂງຂອງການຝຶກຊ້ອມທາງການທະຫານຮ່ວມກັບສະຫະລັດໃຫ້ຫຼາຍຂຶນ ຫຼັງຈາກເກົາຫຼີໃຕ້ລົ້ມເຫຼວໃນການສ້າງຄວາມສຳພັນທາງການທູດກັບເກົາຫຼີເໜືອມາເປັນເວລາຫຼາຍປີ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page