ເລີ່ມບໍ່ແນ່ໃຈ! ເຊເລນສກີເລີ່ມເຊື່ອສົງຄາມນິວເຄຼຍອາດເປັນຈິງວອນຊາດພັນທະມິດຊ່ວຍຢຸດປູຕິນ
ປະທານາທິບໍດີໂວໂລດິມີ ເຊເລນສະກີ ແຫ່ງຢູເຄຼນ ເຊື່ອວ່າ ປູຕິນ ປະທານາທິບໍດີຣັດເຊຍ ບໍ່ໄດ້ພຽງແຕ່ຂູ່ໃຊ້ອາວຸດນິວເຄຼຍ ແລະຮຽກຮ້ອງພັນທະມິດຂອງຢູເຄຼນໃຫ້ເດີນໜ້າບັງຄັບແຮງກົດດັນໃສ່ ປູຕິນ ເພື່ອຢັບຢັ້ງເຂົາ.
“ບາງທີ່ມື້ວານນີ້ອາດເປັນການຂູ່ ແຕ່ມັນອາດກາຍເປັນຄວາມຈິງ” ເຊເລນສະກີກ່າວ ເຂົາຕ້ອງການສ້າງຄວາມຢ້ານແກ່ທົ່ວໂລກ ນີ້ຄືກ້າວຍ່າງທຳອິດ ຂອງການແບັກເມາລທາງນິວເຄຼຍຂອງເຂົາ ຂ້ອຍບໍ່ຄິດວ່າເຂົາພຽງແຕ່ຂູ່ ຂ້ອຍຄິດວ່າໝົດໂລກຕ້ອງການຂັດຂວາງແລະຢັບຢັ້ງໄພຄຸກຄາມນີ້ ເຮົາຈຳເປັນຕ້ອງເດີນໜ້າກົດດັນເຂົາແລະບໍ່ຍອມໃຫ້ເຂົາເດີນໜ້າໄປຫຼາຍກວ່ານີ້”
ປູຕິນ ຂູ່ໃຊ້ອາວຸດນິວເຄຼຍລະຫວ່າງຖະແຫຼງຄຳສັ່ງລະດົມທະຫານກອງໜູນບາງສ່ວນ ກະຕຸ້ນໃຫ້ພວກຜູ້ຊາຍຊາວຮັດເຊຍທີ່ອາເຖິງເກນພາກັນຫຼົບໜີອອກນອກປະເທດ ໜີການສູ້ຮົບໃນຢູເຄຼນ ທັ້ງນີ້ຄວາມເຄື່ອນໄຫວຮຽກລະດົມທະຫານກອງໜຸນຂອງປູຕິນມີຂຶ້ໍນບໍ່ດົນ ກ່ອນທີ່ປະຊາຊົນໃນແຄ້ວນຕ່າງໆຂອງຢູເຄຼນທີ່ຢູ່ພາຍໃຕ້ການຍຶດຄອງຂອງຣັດເຊຍ ເລີ່ມລົງມະຕິແຊກແຊງເຂົ້າເປັນສ່ວນໜຶ່ງຂອງຣັດເຊຍ ຂະບວນການທີ່ຮຽກສຽງປະນາມຈາກໂລກຕາເວັນຕົກ.