ບ່າວສຸດງົງ!ໄປກິນບຸບເຟ່ ຕັກເອົາແຕ່ກຸ້ງແຕ່ເຈົ້າຂອງຮ້ານດ່າບໍ່ມີມາລະຍາດ
ຈາກກຸ່ມຄົນຮັກບຸບເຟ່ (Buffet Lovers) ເຊິ່ງລະບຸວ່າ ໄປກິນບຸບເຟ່ຊີ້ນດາດແຕ່ມັກກຸ້ງເລີຍຕັກແຕ່ກຸ້ງມາກິນຈົນຖືກເຈົ້າຂອງຮ້ານເວົ້າໃຫ້ວ່າບໍ່ມີມາລະຍາດ

ໂດຍໂພສດັ່ງກ່າວລະບຸວ່າ “ ຂໍອານຸຍາດສອບຖາມ ເວລາໄປກິນບຸບເຟ່ຊີ້ນດາດຄົນລະ 199ບາດ ສ່ວນໂຕຂ້ອຍມັກກິນແຕ່ກຸ້ງເລີຍຕັກແຕ່ກຸ້ງມາກິນໂດຍສະເພາະ ຂ້ອຍຫາກໍຕັກກຸ້ງໄປໄດ້ 2ຈານ ເຈົ້າຂອງຮ້ານມາບອກກັບຂ້ອຍວ່າໃຫ້ເຫຼືອກຸ້ງໃຫ້ກັບໂຕະອື່ນແດ່ ຂ້ອຍກໍບອກກັບເຈົ້າຂອງຮ້ານໄປວ່ານີ້ແມ່ນຮ້ານບຸບເຟ່ບໍ່ແມ່ນຫວາ ເຂົາບອກກັບມາວ່າເປັນມາລະຍາດ ເຫັນຂ້ອຍຕັກແຕ່ກຸ້ງຢ່າງດຽວ ແບບນີ້ຂ້ອຍຜິດຫວາ
ກຸ້ງຢູ່ຮ້ານກໍບໍ່ແມ່ນວ່າໂຕໃຫຍ່ເປັນກຸ້ງຂາວຂະໜາດກາງໆ ຖ້າເປັນກຸ້ງແມ່ນ້ຳກໍວ່າໄປ ແບບຄຳວ່າບຸບເຟ່ທາງຮ້ານເອົາເຄື່ອງມາເຕີມມາເທທາງລູກຄ້າມີສິດທີ່ຈະຕັກເທົ່າໃດກໍໄດ້ແມ່ນບໍ ຂ້ອຍໄປກິນຮ້ານອື່ນມາເກືອບ 10ຮ້ານແລ້ວຍັງບໍ່ເຄີຍພົບເລື່ອງແບບນີ້ເທື່ອນີ້ເປັນຄັ້ງທຳອິດ ໃຈຮ້າຍຫຼາຍຖ້າຈະຫວງກຸ້ງແບບນີ້ຈະເປີດເປັນບຸບເຟ່ເຮັດຫຍັງປ້ສຍກໍຕິດໄວ້ຊັດເຈນວ່າບຸບເຟ່
ເຊິ່ງມີຄົນຮັກບຸບເຟ່ເຂົ້າມາສະແດງຄວາມຄິດເຫັນເປັນຈຳນວນຫຼາຍ ແຕ່ສ່ວນຫຼາຍຈະບໍ່ເຫັນພ້ອມກັບສິ່ງທີ່ເຈົ້າຂອງຮ້ານເຮັດ ເພາະຮ້ານບໍ່ໄດ້ມີຂໍ້ກຳນົດວ່າຕ້ອງຕັກກຸ້ງຈັກຈານ ເຮັດໃຫ້ລຸກຄ້າຈະສາມາດຕັກໄດ້ເທົ່າໃດກໍໄດ້ຕາບໃດທີ່ກິນໝົດ