ຊາຍອິນເດຍສຸດທົນ! ພາລູກເມຍໜີ ຫຼັງຖືກເລກ57ຕື້ກີບ ຄົນແຫ່ມາຂໍເງີນທຸກມື້
ຊາຍອິນເດຍທີ່ຖືກເລກລາງວັນໃຫຍ່ ຕ້ອງຄິດໜັກກັບຊາວບ້ານຫຈຳນວນຫຼາຍທີ່ແຫ່ມາຂໍເງິນຈົນເຈົ້າໂຈຮູ້ສຶກເສຍໃຈກັບໂຊກລາບກ້ອນໃຫຍ່ນີ້
ທ້າວອານູບ ຄົນຂັບລົດຈຳໂບ້ຈາກລັດເກຣະ ທາງໃຕ້ຂອງປະເທດອິນເດຍ ຖືກລາງວັນ 250ລ້ານຣູປີ ( ປະມານ 57ຕື້ກີບ) ຂໍຮ້ອງບັນດາຄົນແປກໜ້າຢຸດລົບກວນຕົນແລະຄອບຄົວ.

“ຂ້ອຍພາວະນາຈະບໍ່ຖືກລາງວັນທີໜຶ່ງ ຖືກລາງວັນທີ3ຍັງດີກວ່າ” ທ້າວອານູບກ່າວ ເຂົ້າພິຈາລະນາຍ້າຍບ້ານໜີເພື່ອຫຼີກລ່ຽງຄວາມສົນໃຈຂອງຊາວບ້ານ ຈຳນວນຫຼາຍ ຫຼັງເຈົ້າໂຕຕົກເປັນຂ່າວທົ່ວປະເທດເມື່ອຖືກເລກລາງວັນໃຫຍ່ທີ່ສຸດເທົ່າທີ່ມີມາໃນລັດເກຣລະ
ອານູບ ທຸບກະປຸກທ້ອນເງິນຂອງລູກຊາຍເພື່ອນຳເງິນໄປຊື້ເລກ ເຊິ່ງເປັນ 1ວັນກ່ອນເດີນທາງໄປມາເລເຊຍເພື່ອຫາວຽກເຮັດ ແລະຫຼັງຂ່າວຖືກເລກລາງວັນເຜີຍແພ່ໄປທົ່ວ ຄອບຄົວໄດ້ຮັບຄວາມສົນໃຈຈາກສື່ມວນຊົນຫຼາຍ

ອານູບ ກ່າວວ່າ “ ຂ້ອຍດີໃຈຫຼາຍເມື່ອຖືກລາງວັນ ມີຄົນແລະກ້ອງທີ່ບ້ານຂ້ອຍແລະເຮົາມີຄວາມສຸກ ແຕ່ໃນບໍ່ຊ້າສະຖານະການບໍ່ສາມາດຄວບຄຸມໄດ້ “ຂ້ອຍບໍາສາມາດອອອກຈາກບ້ານ ບໍ່ສາມາດໄປໃສມາໄດ້ ລູກຂ້ອຍປ່ວຍແຕ່ຂ້ອຍບໍ່ສາມາດພາໄປຫາໝໍໄດ້ເລີຍ” ເພາະມີຄົນເລີ່ມແຫ່ມາບ້ານທຸກມື້

“ທັງໝົດທີ່ຂ້ອຍສາມາດບອກທຸກຄົນໄດ້ຄືວ່າຂ້ອຍຍັງບໍ່ໄດ້ຮັບເງິນເລີຍ ແຕ່ທຸກຄົນຈະບໍ່ເຂົ້າໃຈບັນຫາຂອງຂ້ອຍ ບໍ່ວ່າຂ້ອຍຈະເວົ້າຈັກເທື່ອ” ເເລະຕອນນີຕົນແລະຄອບຄົວຢູ່ກັບຍາດພີ່ນ້ອງເພື່ອຫຼີກລ່ຽງຄວາມສົນໃຈຂອງຊາວບ້ານ.