ເມື່ອເຮົາກຳລັງທຸກໃຈ ໃຫ້ເຮັດຕາມ 7ຂໍ້ນີ້ຊີວິດຈະປ່ຽນຈາກທຸກເປັນສຸກທັນທີ
ຄວາມສຸກຄືສິ່ງທີ່ເຮົາທຸກຄົນສະແຫວງຫາ ແລະເຮົາຕ່າງນິຍາມຄວາມສຸກດ້ວຍສິ່ງຕ່າງໆທີ່ໄດ້ມາ ບໍ່ວ່າງານທີ່ດີ, ຄູ່ຄອງທີ່ແມ່ນ, ອາຫານທີ່ມັກ ຫຼືສິ່ງທີ່ເຮົາປາຖະໜາ ແຕ່ເມື່ອໄດ້ສິ່ງເຫຼົ່ານັ້ນມາ ບໍ່ດົນຄວາມສຸກທີ່ມີກໍຫາຍໄປຄືກັບຄວາມສຸກນັ້ນມີມືໝົດອາຍຸ ແຕ່ຫາກເມື່ອໃດທຸກໃຈໃຫ້ເຮັດຕາມ 7ຂໍ້ນີ້ດັ່ງນີ້:
1.ທີ່ມາຂອງຄວາມສຸກຄືຕົນເອງ: ເມື່ອໃດທີ່ເລີ່ມຮູ້ສຶກວ່າໃຜບາງຄົນມີຜົນກັບຊີວິດເຮົາ, ມີຜົນກັບຄວາມຮູ້ສຶກເຮົາຫຼາຍເກີນໄປ ໃຫ້ເອົາຕົນເອງອອກມາ ແລ້ວຕັ້ງສະຕິ ຢ່າໄປຜູກຊີວິດໄວ້ທີ່ໃຜ ສຸກຫຼືທຸກຄວນມາຈາກມືຕົນເທົ່ານັ້ນ.
2. ຢຸດຄິດຫຼາຍ: ບໍ່ຕ້ອງຫາຄຳຕອບໃຫ້ກັບທຸກເລື່ອງໃນຊີວິດ ເລື່ອງບາງເລື່ອງມັນບໍ່ມີຄຳຕອບ, ບໍ່ມີທາງທີ່ຈະມີຄຳຕອບ ແລະບໍ່ມີຄຳຕອບມາກ່ອນທັງໝົດນີ້ຄືຄຳຕອບ ປ່ອຍວາງແດ່ກໍໄດ້
3.ຄົນອ່ນຈະຄິດແນວໃດກັບເຮົາກໍຢ່າເຂົາ: ຢ່າມີຊີວິດຢູ່ເພື່ອເຮັດຕາມທີ່ຜູ້ອື່ນຄາດຫວັງໃຫ້ເປັນ ໃຜຈະຄິດແນວໃດກັບເຮົາກໍປ່ອຍເຂົາ ຫາກເຂົາຊັງເຮົາຫຼາຍກໍປ່ອຍໃຫ້ເປັນບັນຫາຂອງເຂົາ
4.ຢຸດປຽບທຽບຕົນເອງກັບຜູ້ອື່ນ: ການປຽບທຽບກັບຄົນອື່ນ ເຮົາວ່າເຮົາດີມັນຊ່ວຍໃຫ້ຊີວິດດີຂຶ້ນ ແຕ່ຫຼາຍໆເລື່ອງປ່ອຍໄດ້ກໍປ່ອຍໄປດີກວ່າບໍ່ເຫັນຕ້ອງເອົາໄປວັດກັບຊີວິດໃຜ
5.ຍິ້ມເຂົ້າໄວ້: ບາງຄົນບອກໂລກສວຍເກີນໄປ ຈະຍິ້ມອອກຫວາຕອນທີ່ເສົ້າໃຈ ການທີ່ເຮົາຍິ້ມ ແມ່ນວ່າຈະບໍ່ຢາກຍິ້ມມັນອາດຈະຝືນແດ່ຕາມລັກຄືການຕົວະສະໝອງ
6.ຢຸດຄິດຫາອາດີດ: ເພາະອາດີດເປັນສິ່ງທີ່ເຮົາກັບໄປແກ້ໄຂຫຍັງບໍ່ໄດ້ ຢ່າເອົາອາດີດມາທຳຮ້າຍປະຈຸບັນເລີຍ ຫາກເຮົາບໍ່ມີປະຈຸບັນທີ່ດີ ເຮົາກໍຈະບໍ່ມີທາງມີອານາຄົດທີ່ດີໄດ້
7.ເວລາຢຽວຢາທຸກຢ່າງໄດ້ ແຕ່ເຮົາຕ້ອງໃຫ້ເວລາກັບຕົນເອງ: ບໍ່ຕ້ອງຮີບຮ້ອນທີ່ຈະເຂັ້ມແຂງ ເຮົາກໍເປັນພຽງຄົນໆໜຶ່ງທີ່ຢູ່ພາຍໃຕ້ເວລາ ຄືກັບອີກຫຼາຍພັນລ້ານຄົນ.