ຊາຍຊາວລັດເຊຍບາງກຸ່ມຍັງຄົງຫຼັງໄຫຼສູ່ຈໍເຈຍ ລ່ຽງຖືກເອີ້ນໄປເປັນທະຫານ

ຊາຍຊາວລັດເຊຍບາງກຸ່ມຍັງຄົງຫຼັ່ງໄຫຼສູ່ຈໍເຈຍ ລ່ຽງຖືກເອີ້ນໄປເປັນທະຫານ

ຊາວຣັດເຊຍຍັງຄົງຫຼັ່ງໄຫຼເຂົ້າສູ່ຈໍເຈຍ ປະເທດເພື່ອນບ້ານ ເພືອຫຼີກລ່ຽງການຖືກຮຍກເປັນກຳລັງພົນສຳຮອງສຳລັບປະຕິບັດການທະຫານ ເຊິ່ງພວກເຂົາບໍ່ເຫັນພ້ອມຫຼັງປະທານາທິບໍດີວະລາດິມີ ປູຕິນ ຜູ້ນຳຣັດເຊຍມີຄຳສັ່ງລະດົມພົນສຳຮອງຫຼາຍແສນຄົນ ເພື່ອປະຕິບັດໜ້າທີ່ໃນຄວາມຂັດແຍ້ງກັບຢູເຄຼນ


ສື່ທາງການຣັດເຊຍລາຍງ່ານອ້າງເຈົ້າໜ້າທີ່ທ້ອງຖິ່ນວ່າ ຈໍເຈຍ ເປັນອີກໜຶ່ງປະເທດທີ່ຊາວຣັດເຊຍລໍຖ້າຂ້າມຊາຍແດນເຂົ້າປະເທດຈຳນວນຫຼາຍໃນຊ່ວງ 48ຊົ່ວໂມງທີ່ຜ່ານມາ ໂດຍມີລົດໃຫຍ່ກວ່າ 3.000ຄັນ ເຂົ້າແຖວຍາວບໍລິເວນຈຸດຜ່ານແດນ


ກຣຸງບິລິຊີ ເມືອງຫຼວງຈໍເຈຍ ມີຊາວຣັດເຊຍຂ້າມຊາຍແດນໄປປະມານ 40.000ຄົນ ຕັ້ງແຕ່ຣັດເຊຍປະຕິບັດການພິເສດທາງທະຫານໃນຢູເຄຼນ ຕາມສະຖິຕິຂອງລັດຖະບານຈໍເຈຍ
ດາມິທີ ຄູຣິລິຢູນອດກ່າວໃນກຣຸງທບິລິຊີວ່າ ເມື່ອຮັບຮູ້ກ່ຽວກັບຄຳສັ່ງລະດົມພົນ ເຂົາຢຸດທຸກສິ່ງທຸກຢ່າງທີ່ບ້ານແລະໂດດຂຶ້ນລົດທັນທີ ໂດຍດາມິທີ,

ໄອຣີນາ ພັນທະຍາ ແລະລຸູກສາວ ຂັບລົດຂ້າມຊາຍແດນທາງຕອນໃຕ້ຂອງຣັດເຊຍ ຈາກເມືອງຄາສະໂນດາໄປຫາເມືອງໄມເນີຣັນເນ ໂວດີ ໃນຄໍເຄຊັນເໜືອ ເຊິ່ງເປັນອີກໜຶ່ງຈຸດທີ່ຫຼາຍຄົນໃຊ້ຂ້າມເຂົ້າໄປຫາຈໍເຈຍ ເມື່ອຮອດຈຸດໝາຍແລ້ວ ພວກເຂົາຈະຈ້າງຄົນຂັບລົດໃນທ້ອງຖິ່ນພາພວກເຂົາຜ່ານດ່ານຕຳຫຼວດແລະຫຼັງຈາກນັ້ນອີກ 24ຊົ່ວໂມງກໍເດີນທາງເຖິງກຣຸງທບິລິຊີ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page