ລາວສະໜັບສະໜູນແກ້ໄຂທຸກບັນຫາຂັດແຍ້ງໃນໂລກດ້ວຍສັນຕິວິທີ

ຫົວໜ້າຄະນະຜູ້ແທນລາວ ກ່າວປາໄສ ໃນກອງປະຊຸມ
ພາກອະພິປາຍທົ່ວໄປ ຂອງສະມັດຊາໃຫຍ່ອົງການ ສປຊ

ຂປລ. ໃນວັນທີ 24 ກັນຍາ 2022 ຜ່ານມານີ້, ທ່ານ ສະເຫລີມໄຊ ກົມມະສິດຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຂຶ້ນກ່າວປາໄສ ຕໍ່ກອງປະຊຸມພາກອະພິປາຍທົ່ວໄປຂອງສະມັດຊາໃຫຍ່ ອົງການສະຫະປະຊາຊາດ (ສປຊ) ສະໄໝທີ 77 ທີ່ ນະຄອນນິວຢອກ ໂດຍທ່ານໄດ້ຍົກໃຫ້ເຫັນບັນຫາສິ່ງທ້າທາຍຕ່າງໆທີ່ປະຊາຄົມໂລກ ພວມປະເຊີນໜ້າໃນປັດຈຸບັນ,

ໃນນັ້ນຂອບການຮ່ວມມືຫລາຍຝ່າຍ ເພື່ອປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ ແລະ ການຮ່ວມມືເພື່ອການພັດທະນາ ພວມຖືກກົດໜ່ວງ, ໃນຂະນະທີ່ມາດຕະການຝ່າຍດຽວ ພັດຖືກນຳໃຊ້ຢ່າງກວ້າງຂວາງ ແຕ່ບໍ່ສາມາດຊ່ວຍແກ້ໄຂບັນຫາໃດໆໄດ້ໃນຕົວຈິງ, ໃນທາງກົງກັນຂ້າມໄດ້ສ້າງຄວາມອັບປະໂຫຍດມາສູ່ທຸກຝ່າຍ ແລະ ນຳເອົາຄວາມທຸກຍາກລຳບາກມາສູ່ປະຊາຊົນຜູ້ບໍລິສຸດ.


ທ່ານ ສະເຫລີມໄຊ ກົມມະສິດ ຍັງໄດ້ຮຽກຮ້ອງໃຫ້ວົງຄະນາຍາດສາກົນ ເພີ່ມທະວີຄວາມພະຍາຍາມໃນການແກ້ໄຂບັນຫາຕ່າງໆ ໂດຍສັນຕິວິທີ ບົນພື້ນຖານການຍຶດໝັ້ນໃນຫລັກການຂອງກົດບັດສະຫະປະຊາຊາດ ແລະ ບົດບາດເປັນແກນກາງໃນການນຳພາຂອງອົງການ ສປຊ ຕາມທິດທາງການຮ່ວມມືຫລາຍຝ່າຍ ທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ເຊິ່ງຈະເປັນວິທີທາງທີ່ຈະຊ່ວຍຫັນປ່ຽນສະພາບການ ໄດ້ຢ່າງມີປະສິດ ທິພາບ, ມີຄວາມຍືນຍົງ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການອັນຮີບດ່ວນຂອງຍຸກສະໄໝ ໂດຍສະເພາະເພື່ອແກ້ໄຂບັນຫາຂໍ້ຂັດແຍ່ງດ້ານກຳລັງອາວຸດ, ວິກິດການດ້ານສິ່ງແວດລ້ອມ, ເສດຖະກິດ ແລະ ພະລັງງານ ທີ່ພວມສົ່ງຜົນກະທົບຢ່າງໜັກໜ່ວງ ຕໍ່ການພັດທະນາໃນທົ່ວໂລກ.


ທ່ານຮອງນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນວ່າ ໃນລະດັບພາກພື້ນ, ອາຊຽນ ຍັງສືບຕໍ່ເປັນພາກພື້ນທີ່ມີສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບ ໃນຕະ ຫລອດໄລຍະເວລາອັນຍາວນານ ເຊິ່ງເປັນພື້ນຖານສໍາຄັນໃຫ້ແກ່ການພັດທະນາເສດຖະ ກິດ-ສັງຄົມ ສຳລັບທຸກປະເທດສະມາຊິກອາຊຽນ ແລະ ໄດ້ເນັ້ນໜັກເຖິງຄວາມສຳຄັນຕໍ່ບົດບາດຄວາມເປັນແກນກາງ, ຄວາມເປັນປຶກແຜ່ນ, ກວມລວມ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ເຄົາລົບເຊ່ິງກັນ ແລະ ກັນ ເຊິ່ງເປັນພື້ນຖານອັນໜັກແໜ້ນ ໃຫ້ແກ່ຂອບການຮ່ວມມືຂອງ ອາຊຽນ ທັງໝົດ.


ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ສະແດງຄຳໝາຍໝັ້ນຕໍ່ສະມັດຊາໃຫຍ່ ສປຊ ວ່າ: ສປປ ລາວ ຈະສືບຕໍ່ຮ່ວມມືກັບບັນດາປະເທດຕ່າງໆໃນໂລກ ເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ສາກົນ ເພື່ອສ້າງເງື່ອນໄຂອັນເອື້ອອໍານວຍໃຫ້ແກ່ການພັດທະນາ, ການປົກປັກຮັກສາສິ່ງແວດລ້ອມ ແລະ ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ແນໃສ່ເພື່ອນໍາເອົາຄວາມຈະເລີນຮຸ່ງເຮືອງມາສູ່ປະຊາຊົນໃນທົ່ວໂລກ.


ໃນໂອກາດ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 77 ນີ້, ຄະນະຜູ້ແທນ ສປປ ລາວ ຍັງໄດ້ເຂົ້າຮ່ວມ ກອງປະຊຸມປິ່ນອ້ອມທີ່ສຳຄັນຕ່າງໆຢ່າງຫ້າວຫັນ ແລະ ມີຜົນສຳເລັດເປັນຢ່າງດີ ພ້ອມທັງໄດ້ພົບປະກັບບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນອີກຈຳນວນໜຶ່ງ ຊຶ່ງປະກອບສ່ວນສຳຄັນ ໃນການເສີມຂະຫຍາຍການພົວພັນຮ່ວມມືສາກົນ ທັງເປັນການຍົກສູງຖານະບົດບາດຂອງ ສປປ ລາວ ໃນເວທີ ສາກົນ.


ຂ່າວ-ພາບ: ກຕທ

Leave a Reply

Your email address will not be published. Required fields are marked *

You cannot copy content of this page