ສັງຄົມໜ້າກາກ ຍິ້ມໃຫ້ບໍ່ໄດ້ໝາຍຄວາມວ່າຈິງໃຈ

ສັງຄົມໜ້າກາກ ຍິ້ມໃຫ້ບໍ່ໄດ້ໝາຍຄວາມວ່າຈິງໃຈ

ສັງຄົມທຸກມື໊ນີ້ ເຮົາບໍ່ມີທາງຮູ້ເລີຍວ່າ ຄົນທີ່ກຳລັງເຮັດດີກັບເຮົາ ຄວາມຈິງແລ້ວເຂົາຄິດຫຍັງຢູ່
ໃນຮອຍຍິ້ມແສນຫວານເຂົາອາດຈະເກັບຫຍັງບາງຢ່າງໄວ້ທາງຫຼັງ ເຮົາກໍຢ່າຟ້າວໃຫ້ໃຈເກີນຮ້ອຍ


1.ຄົນຈິງໃຈຈະເວົ້າກັນຕໍ່ໜ້າ: ຄົນຈິງໃຈຈະສະແດງຄວາມຄິດເຫັນຢ່າງເປີດເຜີຍ ສ່ວນຄົນໜ້າຊື່ໃຈຄົດ ມັກນິນທາຄົນອື່ນລັບຫຼັງສະເໝີ
2.ຄົນຈິງໃຈເຂົາບໍ່ໂຊ ເພາະບໍ່ໄດ້ເບິ່ງຄືເທ່: ຄົນຈິງໃຈຈະບໍ່ເວົ້າໂອ້ອວດໃຜໃຫ້ເສຍເວລາ ຄົນໜ້າຊື່ໃຈຄົດມັກໂຊຢູ່ເລື່ອຍໆ


3.ການເຄົາລົບ ເຂົາຈະບໍ່ເລືອກຊົນຊັ້ນວັນນະ: ຄົນຈິງໃຈ ຈະໃຫ້ຄວາມເຄົາລົບກັບທຸກຄົນ ຄົນໃຈຄົດຈະໃຫ້ຄວາມເຄົາລົບແກ່ຄົນທີ່ມີອຳນາດ
4.ຄົນຈິງໃຈຈະບໍ່ເຮັດໂຕມີບັນຫາ ບໍ່ມັກຮຽກຮ້ອງ: ຄົນຈິງໃຈບໍ່ແມ່ນຄົນຮຽກຮ້ອງຄວາມສົນໃຈ ຄົນໃຈຄົດ ມັກຈະຮຽກຮ້ອງຄວາມສົນໃຈກັບຄົນອື່ນ


5.ຄົນຈິງໃຈຮູ້ຈັກຖ່ອມຕົນ ຢູ່ໃນບ່ອນທີ່ຕົນຄວນຢູ່: ຄົນຈິງໃຈເຂົາຈະບໍ່ພະຍາຍາມເຮັດໃຫ້ຄົນອື່ນມາມັກ ຄົນໃຈຄົດຈະເຮັດທຸກຢ່າງທີ່ຈະເຮັດໃຫ້ຄົນອື່ນມາມັກຕົນເອງ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page