ເມື່ອອາຍຸເພີ່ມຂຶ້ນຄວນຢຸດສົນໃຈ 9ສິ່ງນີ້ໄດ້ແລ້ວມັນຈະເຮັດໃຫ້ເຮົາມີຄວາມສຸກຫຼາຍຂຶນ

ເມື່ອອາຍຸເພີ່ມຂຶ້ນຄວນຢຸດສົນໃຈ 9ສິ່ງນີ້ໄດ້ແລ້ວມັນຈະເຮັດໃຫ້ເຮົາມີຄວາມສຸກຫຼາຍຂຶ້ນ

ເມື່ອເຮົາອາຍຸເພີ່ມຂຶ້ນທຸກວິນາທີ ເລື່ອງບາງເລື່ອງນັ້ນກໍເຮັດໃຫ້ເຈັບຫົວ ຈົນຮ່າງກາຍນັ້ນແກ່ກວ່າອາຍຸ ແລ້ວຄົນທີ່ກ້າວເຂົ້າສູ່ອາຍຸ 35ປີຂຶ້ນໄປ ອາດຈະຜ່ານບັນຫາມາຫຼາຍແລະກໍຄາດຫວັງກັບຄົນອື່ນຫຼາຍ ຄິດຫຼາຍກບຄົນອ້ອມຂ້າງ 9ສິ່ງທີ່ຄວນຢຸດແຄຄົນອື່ນ ເພື່ອໃຫ້ຊີວິດມີຄວາມສຸກຫຼາຍຂຶ້ນ


1.ຢ່າໃສ່ໃຈໂລກສັງຄົມຫຼາຍເກີນໄປ ແຕ່ຄວນໃສ່ໃຈກັບຊີວິດຈິງໃຫ້ຫຼາຍກວ່າ
2.ຢຸດຕາມກະແສສັງຄົມ ໂທລະສັບໃໝ່, ເສື້ອໃໝ່ແລະອື່ນໆ ເພາະເງີນຈະຕ້ອງເກັບໃຫ້ຫຼາຍຈ່າຍໃຫ້ໜ້ອຍ
3.ບໍ່ໃສ່ໃຈຄວາມຄິດຂອງຄົນອື່ນ ເພາະເຮົາຕ້ອງຮູ້ໄດ້ແລ້ວວ່າຕົນເອງຕ້ອງການຫຍັງ ເປົ້າໝາຍໃນຊີວິດຄືຫຍັງ


4.ຢ່າໃສ່ຄວາມຄິດເຂົາທີ່ມີຕໍ່ຄົນຮັກເຮົາ ເພາະຄົນຈະຮັກຫຼືບໍ່ຮັກກໍຢູ່ທີ່ໃຈເຮົາເລືອກເມື່ອໄດ້ຕັດສິນຕາມຄວາມຄິດຂອງຄົນອື່ນແລ້ວມັນຈະດີໄດ້ແນວໃດ
5.ຢ່າໄປແຄວ່າເຂົາຈະເບິ່ງເຮົາແນວໃດ ແຕ່ຈົງແຄວ່າເຮົາເບິ່ງຕົນເອງແບບໃດ
6.ເວລາຄືສົມບັດມີຄ່າ ເຮົາຄວນຈະຮູ້ວງ່າຄວນແບ່ງເວລາທີ່ສຳຄັນໄປໃຫ້ກັບຫຍັງ


7.ຢ່າໄປໃສ່ໃຈກັບເລື່ອງຄົນນິນທາ ເພາະເຮົາເກີດມາໜີຄົນນິນທາບໍ່ພົ້ນຢູ່ແລ້ວ
8.ໂສດບໍ່ແມ່ນບັນຫາໃຫຍ່ທີ່ຈະຕ້ອງເປັນໄພ ເພາະໂສດຍັງສະບາຍກວ່າການອຕ່ງງານ
9.ເພິ່ງຕົນເອງໃຫ້ໄດ້ແລະຈົ່ງລ້ຽງດູຄອບຄົວໃຫ້ໄດ້ ສ້າງຄວາມໝັ້ນຄົງໃນທຸກໆດ້ານໃຫ້ຕົນເອງມື້ໜຶ່ງເຮົາໃຫຍ່ຂຶ້ນການເວລາຈະສອນໃຫ້ເຮົາຮູ້ວ່າສິ່ງໃດທີ່ເຮົາຄວນໃສ່ໃຈ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page