ພໍ່ຕູ້ອາຍຸ 83ປີ ຂັບຈຳໂບ້ມາຮັບພັນລະຍາຟອກໄຕທີ່ໂຮງໝໍ ແຕ່ຖືກຄົນຂັບຈຳໂບ້ເຈົ້າຖິ່ນ 3ຄົນເຂົ້າມາລຸມຮ້າຍຫາວ່າມາຍາດລູກຄ້າຈົນໄດ້ຮັບບາດເຈັບ
( ຂ່າວປະເທດໄທ ) ພໍ່ຕູ້ອາຍຸ 83ປີ ຈາກການສອບສວນ ຫຼັງຖືກຄົນຂັບຈຳໂບ້ 2-3ຄົນ ເຂົ້າມາລຸມທຳຮ້າຍ ຂະນະມາລໍຖ້າຮັບພັນລະຍາທີ່ກຳລັງຟອກໄຕຢູ່ໃນໂຮງໝໍແຫ່ງໜຶ່ງ ຈົນຕົນໄດ້ຮັບບາດເຈັບທີ່ຫົວ

ພໍ່ຕູ້ໃຫ້ການວ່າ ກ່ອນໜ້ານີ້ຕົນໄດ້ຂັບຈຳໂບ້ ພາພັນລະຍາມາລ້າງໄຕທີ່ໂຮງໝໍປົກກະຕິຈະມາອາທິດລະ 2ຄັ້ງ ຫຼັງຈາກນັ້ນພັນລະຍາກໍນັດໃຫ້ຕົນມາຮັບຕອນທ່ຽງ ເມື່ອຮອດເວລາຕົນຈຶ່ງໄດ້ຂັບລົດມາຈອດລໍຖ້າພັນລະຍາທີ່ໜ້າໂຮງໝໍ ຕໍ່ມາໄດ້ມີຄົນຂັບຈຳໂບ້ຮັບຈ້າງທີ່ຢູ່ໜ້າໂຮງໝໍຈຳນວນ 2-3ຄົນເຂົ້າມາລຸມທຳຮ້າຍແລະຕີຫົວຕົນຈົນໄດ້ຮັບບາດເຈັບ

ໂດຍກ່າວຫາວ່າຕົນມາຍາດຜູ້ໂດຍສານ ຕົນຈຶ່ງໄດ້ເຂົ້່າມາແຈ້ງຄວາມເພື່ອໃຫ້ຕຳຫຼວດຈັບກຸມຄົນຂັບຈຳໂບ້ຮັບຈ້າງ 3ຄົນດຳເນີນຄະດີຕາມກົດໝາຍດ້ວຍ ຈາກນັ້ນຕຳຫຼວດໄດ້ມີການປະສານກວດສອບຈຸດເກີດເຫດແລະຄວບຄຸມຜູ້ກໍ່ເຫດມາສອບສວນກ່ອນດຳເນີນຄະດີຕາມກົດໝາຍ.