ແຂວງໄຊຍະບູລີມີເມືອງທີ່ພົ້ນທຸກແລ້ວ 95%

ແຂວງໄຊຍະບູລີມີເມືອງທີ່ພົ້ນທຸກແລ້ວ 95%

ທ່ານ ດວງຕາ ໄຊວຸດ, ຮອງເລຂາພັກແຂວງໄຊຍະບູລີ ໃຫ້ຮູ້ໃນໂອກາດລາຍງານຕໍ່ກອງປະຊຸມສະຫຼຸບຕີລາຄາວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ວຽກງານ 3 ສ້າງ ທົ່ວປະເທດ ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ

ເມື່ອບໍ່ດົນມານີ້ວ່າ: ຜ່ານການປະເມີນຕາມມາດຖານພົ້ນທຸກ ແລະ ມາດຖານພັດທະນາ ຕາມດໍາລັດເລກທີ 348/ລບ ມາຮອດປັດຈຸບັນ, ຢູ່ແຂວງໄຊຍະບູລີ ມີຄອບຄົວພົ້ນທຸກແລ້ວ 77.246 ຄອບຄົວ, ກວມ 95,15%, ຄອບຄົວພັດທະນາ 71.887 ຄອບ ຄົວ, ກວມ 88,66%, ບ້ານພົ້ນທຸກ 382 ບ້ານ,

ກວມ 88,84%, ບ້ານພັດທະນາມີ 115 ບ້ານ, ກວມ 28,83%, ສ້າງບ້ານໃຫຍ່ຕົວເມືອງນ້ອຍໃນຊົນນະບົດໄດ້ 8 ບ້ານ ແລະເມືອງພົ້ນທຸກແລ້ວມີ 7 ເມືອງ ຄື: ເມືອງບໍ່ແຕນ, ເມືອງແກ່ນທ້າວ, ເມືອງປາກລາຍ, ເມືອງຫົງສາ, ເມືອງທົ່ງມີໄຊ, ເມືອງພຽງ ແລະ ເມືອງເງິນ.



ສ່ວນຄອບຄົວທີ່ບໍ່ບັນລຸມາດຖານພົ້ນທຸກ ຍັງເຫລືອ 3.830 ຄອບຄົວ, ກວມ 4,52%, ບໍ່ບັນລຸຄອບຄົວພັດທະນາ 9.189 ຄອບຄົວ, ກວມ 11,33%, ບໍ່ບັນລຸບ້ານພົ້ນທຸກ 48 ບ້ານ, ກວມ 11,16%, ບໍ່ບັນລຸບ້ານພັດທະນາ 315 ບ້ານ, ກວມ 73,26% ແລະ ບໍ່ບັນລຸມາດ ຖານເມືອງພົ້ນທຸກ 4 ເມືອງ ຄື: ເມືອງໄຊສະຖານ, ເມືອງຊຽງຮ່ອນ, ເມືອງຄອບ ແລະ ເມືອງໄຊຍະບູລີ.



ທ່ານ ດວງຕາ ໄຊວຸດ ໃຫ້ຮູ້ຕື່ມວ່າ: ການພັດທະນາເສດຖະກິດ-ສັງຄົມຂອງແຂວງໄຊຍະບູລີ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ. ມາຮອດປັດຈຸບັນ, ທົ່ວແຂວງມີເສັ້ນທາງເຂົ້້າເຖິງທຸກບ້ານ, ໃນນີ້ ທຽວໄດ້ຕະຫຼອດປີ ກວມ 87%, ບ້ານມີໄຟຟ້າຊົມໃຊ້ໃນລະບົບ ກວມ 98,6%. ສິ່ງທີ່ພົ້ນເດັ່ນ ແມ່ນປະຊາຊົນໄດ້ສຸມໃສ່ຜະລິດເປັນສິນຄ້າຕິດພັນກັບການປຸງແຕ່ງ, ການລ້ຽງສັດໃຫຍ່ປະເພດງົວ-ຄວາຍແບບເປັນກຸ່ມ ແລະ ເປັນຟາມນັບມື້ເພີ່ມຂຶ້ນ.


ຢ່າງໃດກໍຕາມ, ຜ່ານການພັດທະນາຊົນນະບົດຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຢູ່ ແຂວງໄຊຍະບູລີ ມາຮອດປັດຈຸບັນ ຍັງມີບາງວຽກທີ່ເປັນຂໍ້ຄົງຄ້າງຕ້ອງໄດ້ຮັບການແກ້ໄຂໃຫ້ດີກວ່າເກົ່າ ເຊີ່ງໜຶ່ງໃນນັ້ນແມ່ນການພັດທະນາເສດຖະກິດ ແກ້ໄຂຊີວິດການເປັນຢູ່ຂອງປະຊາ ຊົນ ບາງບ່ອນບໍ່ທັນຍືນຍົງ-ໝັ້ນທ່ຽງ, ເສດຖະກິດຂະໜາດນ້ອຍ ແລະ ຈຸນລະວິສາຫະກິດບໍ່ທັນສາມາດເຂົ້າເຖິງແຫຼ່ງທຶນ, ຕະຫຼາດ ແລະ ເຕັກນິກ ໄດ້ດີເທົ່າທີ່ຄວນ.



FM 90 ລາຍງານ

Leave a Reply

Your email address will not be published. Required fields are marked *

You cannot copy content of this page