ຢູເຄຼນວ່າແນວໃດ? ຜົນປະຊາມະຕິລວມຊາດກັບລັດເຊຍລົ້ນເຫຼືອເກີນຄາດ
ພວກເຈົ້າໜ້າທີ່ເຊິ່ງໄດ້ຮັບການແຕ່ງຕັ້ງຈາກຣັດເຊຍໃນ 4ແຄ້ວນຂອງຢູເຄຼນທີ່ຢູ່ພາຍໃຕ້ການຍຶດຄອງຂອງມອສໂກ ລາຍງານວ່າສຽງສ່ວນໃຫຍ່ ສະແດງຄວາມຕ້ອງກມນກາຍເປັນສ່ວນໜຶ່ງໃນດິນແດນຂອງຣັດເຊຍ
ຫຼັງການລົງປະຊາມະຕິທີ່ກິນເວລາ 5ວັນສິ້ນສຸດລົງ ຄວາມເຄື່ອນໄຫວທີ່ຮຽກສຽງປະນາມຢ່າງດຸເດືອດຈາດຄຽບແລະຕາເວັນຕົກ
ປະຊາມະຕິທີ່ກຽມການຢ່າງເລັ່ງດ່ວນ ເປີດລົງຄະແນນໃນ 4ແຄ້ວນ ປະກອບດ້ວຍ ແຄ້ວນລູຮັນແລະແຄ້ວນໂດເຍສທາງພາກຕາເວັນອອກ ແລະແຄ້ວນຊາປໍຣິດເຊຍກັບແຄ້ວນເຄີຊອນ ທາງພາກໃຕ້ເຊິ່ງທັງໝົດຄິດເປັນສັດສ່ວນເກືອບ 15%ຂອງດິນແດນຢູເຄຼນ
ບັນດາເຈົ້າໜ້າທີ່ໃນລູຮັນເຜີຍວ່າ ຈາກການນັບຄະແນນໄປແລ້ວ 69% ມີປະຊາຊົນໃນແຄ້ວນລົງມະຕິເຂົ້າຮ່ວມຣັດເຊຍເຖິງ 98.5% ສ່ວນໃນຊາປໍຣິດເຊຍ ເຈົ້າໜ້າທີ່ ທີ່ໄດ້ຮັບການແຕ່ງຕັ້ງຈາກຣັດເຊຍເຜີຍວ່າ ການນັບຄະແນນສິ້ນສຸດແລ້ວ ແລະມີປະຊາຊົນໂຫວດສະໜັບສະໜູນແຊກແຊງເປັນສ່ວນໜຶ່ງຂອງຣັດເຊຍ 93.1%
ໃນເຄຊອນ ມີປະຊາຊົນໂຫວດ “ ເຫັນພ້ອມ” ກັບການແຊກແຊງເຂົ້າເປັນສ່ວນໜຶ່ງໃນດິນແດນຣັດເຊຍ ຫຼາຍກວ່າ 87% ຈາກຂໍ້ມູນຂແງປະທານຄະນະກຳມະການຈັດທຳປະຊາມະຕິ ໃນຂະນະທີ່ສຳນັກຂ່າວຂອງຣັດເຊຍ ລາຍງານວ່າມີເຖິງ 93.95% ໃນແຄ້ວນໂດເນສທີ່ລົງຄະແນນເຫັນພ້ອມ ແຕ່ຫາກໍນັບຄະແນນໄປໄດ້ພຽງປະມານ 32%