ຫຼາຍຄົນມັກເວົ້າວ່າ ແຂ່ງເຮືອແຂ່ງພາຍແຂ່ງໄດ້ ແຕ່ແຂ່ງບຸນແຂ່ງວາດສະໜາແຂ່ງບໍ່ໄດ້

ຫຼາຍຄົນມັກເວົ້າວ່າ ແຂ່ງເຮືອແຂ່ງພາຍແຂ່ງໄດ້ ແຕ່ແຂ່ງບຸນແຂ່ງວາດສະໜາແຂ່ງບໍ່ໄດ້

ນັ້ນຄືການສອນໃຫ້ພໍໃຈກັບວາດສະໜາຂອງຕົນເອງ ຄຳທີ່ວ່າແຂ່ງເຮືອແຂ່ງພາຍໄດ້ ແຂ່ງບຸນວາດສະໜາແຂ່ງບໍ່ໄດ້ ຄຳນີ້ມັກໄດ້ຍິນຕະຫຼອດ
ດັ່ງນັ້ນເມື່ອຮູ້ແບບນີ້ແລ້ວຈົ່ງພໍໃຈໃນ “ ວາດສະໜາ” ຂອງຕົນເອງ

ນັບວ່າເປັນບຸນວາດສະໜາທີ່ຄົນແບບເຮົາໄດ້ເກີດມາ ເມື່ອຄົນເຮົາໄດ້ເກີດມາແລ້ວ ຈົງພໍໃຈໃນວາດສະໜາຂອງຕົນເອງ ຢ່າໄປຄິດປຽບທຽບກັບໃຜໃຫ້ເຮົາຮູ້ສຶກດ້ອຍກວ່າ ເພາະຄົນເຮົາແຕ່ລະຄົນເກີດມາມີຕົ້ນທືນທີ່ຕ່າງກັນ ທຸກຍາກລວຍບໍ່ເທົ່າກັນນັ້ນເປັນເລື່ອງທຳມະດາ
ການປະຕິເສດສາສະໜາທຳຂອງພະອົງ ມະນຸດແບບເຮົາ ໂດຍສະເພາະຢ່າງຍິ່ງຊາວພຸເປັນຜູ້ໄດ້ປຽບແກ່ສັດທັງຫຼາຍຄົນເຮົາເກີດມາມີຄວາມຄິດ ສາມາດປະກອບອາຊີບເພື່ອຫາລ້ຽງຕົນເອງໄດ້ ໄດ້ຊື່ວ່າເປັນສັດປະເສີດ ເຫດໃດເຮົາໄປໜ້ອຍໃຈໃຫ້ວາດສະໜາໃຫ້ເປັນທຸກຕົນເອງ ເຮົາຍັງມີດີແລະໄດ້ປຽບສັດທັງຫຼາຍເຫຼົ່ານັ້ນ.


ດັ່ງນັ້ນແລ້ວເຮົາຈົ່ງເບິ່ງຫາສິ່ງທີ່ດີໃນຕົນເອງແລ້ວນຳມາໃຊ້ ຢ່າລໍຖ້າວາດສະໜາໃຫ້ລອຍເຂົ້າມາຫາແຕ່ຈົງລົງມືເຮັດໃຫ້ຊີວິດມີຄວາມສຸກໄດ້
ຄົນບາງຄົນລໍຖ້າແຕ່ບຸນແຕ່ວາດສະໜາບຸນເກົ່າ ໃຫ້ຊີວິດຈະເລີນຮຸ່ງເຮືອງ ແຕ່ບໍ່ຍອມລົງມືເຮັດວາດສະໜານັ້ນຈະເກີດຂຶ້ນມາໄດ້ແນວໃດຄົນເຮົາບໍ່ຕ້ອງເອົາຢາພິດມາເປັນຟືນເປັນໄຟເຂົ້າມາເຜົາໄໝ້ພາຍໃນຈິດໃຈ ຂໍໃຫ້ພໍໃຈໃນອຳນາດວາດສະໜາຂອງຕົນເອງ ຫາກເຮົາພໍໃຈໃນສິ່ງທີ່ເຮົາມີແລ້ວນັ້ນ

ຈິດໃຈເຮົາຈະບໍ່ຕ້ອງການຫຍັງເພີ່ມຂຶ້ນມາອີກ ນອກຈາກສິ່ງທີ່ຕົນເອງມີຄວາມທຸກ ຮ້ອນໃຈກໍຈະບໍ່ເກີດ, ເຮົາເກີດມາໃນຊາດນີ້ມອບກາຍຖະຫວາຍຊີວິດກັບພະພຸດທະເຈົ້າພະທຳພະສົງ ຮຽກວ່າມອບກັບທຳມະຊາດອັນປະເສີດແລ້ວ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page