ຫວຽດນາມສັ່ງອົບພະຍົບປະຊາຊົນດ່ວນ ຫຼັງພາຍຸໃຕ້ຝຸ່ນໂນຣູຖະຫຼົ່ມໜັກ
ຮູບພາບຄວາມເສຍຫາຍຂອງຫວຽດນາມ ຫຼັງປະເຊີນພາຍຸໄຕ້ຝຸ່ນໂນຣູ ສະຖານະການລ່າສຸດພາກກາງປະເທດຫວຽດນາມ ພາຍຸໄຕ້ຝຸ່ນໂນຣູ ເລີ່ມເຄື່ອນໂຕເຂົ້າໃກ້ກະທົບແຄມຝັ່ງຫວຽດນາມ ສ້າງຄວາມເສຍຫາຍຈຳນວນຫຼາຍ

ເຊິ່ງພາຍຸເຄື່ອນໂຕລົງທາງໃຕ້ເມືອງ ດານັງ-ໂຮຈິມິນ ເວລານີ້ ພາຍຸໂນຣູ ໄດ້ເພີ່ມກັບໄປເປັນໃຕ້ຝຸ່ນລະດັບ 4ອີກຄັ້ງ ໂດຍຫວຽດນາມສັ່ງອົບພະຍົບປະຊາຊົນດ່ວນແລ້ວ
ໂດຍລາຍງານຈາກສຳນັກຂ່າວເຜີຍວ່າ ທາງການຫວຽດນາມສັ່ງອົບພະຍົບປະຊາຊົນດ່ວນ ໃຫ້ອົບພະຍົບອອກຈາກພື້ນທີ່ສ່ຽງ ເນື່ອງຈາກພາຍຸໃຕ້ຝຸ່ນໂນຣູ ເພີ່ມກຳລັງຂຶ້ນແລະກຳລັງເຄືອນໂຕມາຫວຽດນາມ

ສຳນັກງານອຸຕຸນິຍົມວະທິຍາຫວຽດນາມລະບຸວ່າ ພາຍຸໄຕ້ຝຸ່ນໂນຣູມີຄວາມໄວລົມຢູ່ທີ່ 134-149ກິໂລແມັດຕໍ່ຊົ່ວໂມງໃຊຕອນເຊົ້າ ແລະເພີ່ມກຳລັງແຮງຂຶ້ນເຖິງ 183ກິໂລແມັດຕໍ່ຊົ່ວໂມງ ໂດຍຄາດວ່າຈະເຄື່ອນຂຶ້ນຝັ່ງທີ່ຫວຽດນາມໃນວັນທີ 28ກັນຍາ ແລະມີການສັ່ງປິດສະໜາມບິນ 9ແຫ່ງທົ່ວປະເທດ.
