ຢູເຄຼນກຽມລົງໂທດຊາວຢູເຄຼນທີ່ລົງນາມຢາກຮ່ວມຊາດກັບລັດເຊຍ

ຢູເຄຼນກຽມລົງໂທດຊາວຢູເຄຼນທີ່ລົງນາມຢາກຮ່ວມຊາດກັບລັດເຊຍ

ທາງການຢູເຄຼນກຽມລົງໂທດຈຳຄຸກປະຊາຊົນຊາວຢູເຄຼນທີ່ສະໜັບສະໜູນຫຼືຍຸ່ງກ່ຽວການລົງປະຊາມະຕິຂອງຣັດເຊຍ
ມິໂຄໄລ ໂອໂດຍັດ ທີ່ປຶກສາຂອງປະທານາທິບໍດີ ໂວໂລດິມີ ເຊເລນສະກີ ຜູ້ນຳຢູເຄຼນເປີດເຜີຍວ່າ ຊາວຢູເຄຼນທີ່ໄປຊ່ວຍເຫຼືອກ່ຽວຂ້ອງກັບການລົງປະຊາມະຕິຂອງຣັດເຊຍ

ເພື່ອແຊກແຊງດິນແດນຂະໜາດໃຫຍ່ທາງຕາເວັນອອກຂອງຢູເຄຼນ ຈະຕ້ອງປະເຊີນຂໍ້ຫາກະບົດ ແລະຈຳຄຸກຢ່າງໜ້ອຍ 5ປີ ໂປໂດຍັດ ກ່າວຕໍ່ໄປວ່າ ລັດຖະບານຢູເຄຼນມີລາຍຊື່ຊາວຢູເຄຼນ ທີ່ເຂົ້່າໄປຍຸ່ງກ່ຽວເລື່ອງນີ້ແລ້ວຫຼາຍຮ້ອຍຄົນ ເຊິ່ງພວກເຂົາຈະຕ້ອງຖືກດຳເນີນຄະດີຂໍ້ຫາກະບົດ ແລະຕ້ອງໂທດຈຳຄຸກ 8ປີ ເປັນຢ່າງໜ້ອຍ


ນອກຈາກນີ້ ໂປໂດຍັດ ບອກວ່າ ຊາວຢູເຄຼນທີ່ຖືກບັງຄັບໃຫ້ໄປລົງປະຊາມະຕິຈະບໍ່ຖືກລົງໂທດ ຄຳກ່າວຂອງທີ່ປຶກສາປະທານາທິບໍດີ ເຊເລນສະກີມີຂຶ້ນ ໃນຂະນະທີ່ປະຊາຊົນເກືອບ 4ລ້ານຄົນໃນແຄ້ວນໂດເນສ ລູຮັນ ເຄີຊອນ ແລະ ຊາໂປຣິດເຊຍ ຖືກຂໍຮ້ອງໃຫ້ໄປລົງປະຊາມະຕິເພື່ອຮ່ວມຣັດເຊຍ

ທັ້ງນີ້ຢູເຄຼນແລະຊາດຕາເວັນຕົກກ່າວວ່າ ການລົງປະຊາມະຕິດັ່ງກ່າວໃນ 4ແຄ້ວນທາງຕາເວັນອອກຂອງຢູເຄຼນ ເພື່ອເຂົ້າຮ່ວມຣັດເຊຍ ເປັນເລື່ອງໜ້າອາຍ ແລະບໍ່ມີເມືອງໃດຢູ່ພາຍໃຕ້ການຄວບຄຸມຂອງຣັດເຊຍຟ່າງສິນເຊີງ ຂະນະທີ່ຣັດເຊຍລະດົມພົນກຳລັງສຳຮອງ 300.000ຄົນຄັ້ງທຳອິດ ນັບຕັ້ງແຕ່ຍົກກອງທັບບຸກຢູເຄຼນໃນທ້າຍເດືອນກຸມພາ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page