ດວງດີ! ຖືກເລກ10ລ້ານບາດ ຈັດງານລ້ຽງອາຫານຍີ່ປຸ່ນໃຫ້ກັບຜີໄຮ້ຍາດ 5ພັນຂຸມ
ສຸສານມູນນິທິໄຕຄຸນທຳ ມີການເນລະມິດສຸສານເປັນຮ້ານອາຫານຍີ່ປຸ່ນໂອມາກາເສະ ມີການປະດັບຕົ້ນຊາກຸລາຈຳລອງ, ໂຄມໄຟຍີ່ປຸ່ນ ລວມເຖິງມີຄົນກຳລັງເຮັດອາຫານເລັ່ງດ່ວນ ມີທັງລາເມັງ, ຊູຊິໜ້າປາດິບ, ໜ້າປາທູນ່າ ໜ້າປາຊາບະ ເພື່ອຈັດໂຕະລ້ຽງຜີໄຮ້ຍາດກວ່າ 5ພັນຂຸມ ພ້ອມທັງມີການສາຍຮູບເງົາໃຫ້ຜີເບິ່ງ

ນາງ ລາພັດດາ ລະຂັງທອງ ອາຍຸ 28ປີ ຫຼືຄູເຂົ້າໜົມທຽນ ແລະ ທ້າວ ອິດທິພັນ ບູກິດ ພານິດ ເລົ່າວ່າ ກ່ອນໜ້ານີ້ຕົນເອງພ້ອມຄົນໃນກຸ່ມ ໄດ້ເຄີຍມາຈັດລ້ຽງຊີ້ນດາດແລະສາຍຮູບເງົາ 5ຈໍມາແລ້ວ

ເຊິ່ງຫຼັງຈາກກັບໄປກໍໂຊກດີຖືກລາງວັນອີກເກືອບ 10ລ້ານບາດ ເລີຍຄິດວ່າຈະປ່ຽນເມນູອາຫານເບິ່ງ ຈຶ່ງລ້ຽງອາຫານຍີ່ປຸ່ນເປັນໂອມາກະເສະ ຖ້າກິນທີ່ຮ້ານຕົກຫົວລະ 2.500ບາດ ລວມທີ່ນຳມາລ້ຽງມູນຄ່າ 300.000ບາດ.
