ພົນລະເມືອງດີຊ່ວຍເດັກນ້ອຍເກືອບຕົກຂັ້ນໃດເລື່ອນແຕ່ຖືກດ່າບໍ່ຄິດວ່າຈະພົບແບບນີ້

ພົນລະເມືອງດີຊ່ວຍເດັກນ້ອຍເກືອບຕົກຂັ້ນໃດເລື່ອນແຕ່ຖືກດ່າບໍ່ຄິດວ່າຈະພົບແບບນີ້

ເປັນອີກໜຶ່ງເລື່ອງທີ່ໜ້າເຫັນໃຈຫຼາຍ ເກີດເຫດບໍ່ຄາດຄິດທີ່ສູນການຄ້າແຫ່ງໜຶ່ງໃນປະເທດຈີນ ໂດຍກ້ອງຈົງຈອນປິດ ໃນສູນການຄ້ານັ້ນຈັບຮູບພາບໄດ້ວ່າ ມີເດັກນ້ອຍ 2ຄົນກຳລັງຂຶ້ນຂັ້ນໃດເລື່ອນ ເຊິ່ງນຶ່ງໃນນັ້ນເປັນເດັກນ້ອຍຜູ້ຍິງໄດ້ໃຊ້ມືທັງ 2ເບື້ອງເກາະຮາວຂັ້ນໃດເລື່ອນ

ຈົນກະທັ່ງຂັ້ນໃດເລື່ອນຂຶ້ນໄປຈົນເກືອບສຸດ ແຕ່ໂຊກດີທີ່ມີພົນລະເມືອງດີມາເຫັນແລະຊ່ວຍຊີວິດໄວ້ໄດ້ທັນ ກ່ອນທີ່ຮາວຂັ້ນໃດເລື່ອນຈະໜີບມືເດັກຄົນນັ້ນ ແຕ່ພົນລະເມືອງດີຄົນດັ່ງກ່າວກັບຖືກທົວລົງດ່າເຕັມໆ
ໂດຍລະບຸວ່າ ເດັກຍິງຄົນດັ່ງກ່າວເກືອບຖືກຂັ້ນໃດເລື່ອນໜີບ

ຫຼັງຈາກທີ່ເອົາມືເກາະຮາວແລະຂັ້ນໃດເລື່ອນຂຶ້ນມາຈົນເກືອຍສຸດ ແຕ່ໂຊກດີພົນລະເມືອງດີບັງເອີນໄດ້ຍິນສຽງຮ້ອງຂໍຄວາມຊ່ວຍເຫຼືອພໍດີ ເຊິ່ງຕົນໄດ້ຮີບແລ່ນໄປດຶງໂຕເດັກນ້ອຍຄົນດັ່ງກ່າວໄວ້ແລະດຶງລາວຂຶ້ນມາໄດ້ຢ່າງປອດໄພ
ທັ້ງນີຫຼັງຈາກເລື່ອງລາວໄດ້ຖືກແຊອອກໄປ

ແທນທີ່ພົນລະເມືອງດີຄົນນີ້ຈະໄດ້ຮັບສຽງຊື່ນຊົມກັບຖືກຊາວເນັດຕຳໜິແລະຕິກັນເປັນຈຳນວນຫຼາຍ ຫຼາຍຄົນເບິ່ງວ່າມືຂອງເຂົາກໍຍັງຈັບຖືກໂຕເດັກຍິງໃນຈຸດທີ່ບໍ່ເໝາະສົມ ທາງພົນລະເມືອງດີເຜີຍວ່າໃນສະຖານະການເລັ່ງດ່ວນແບບນັ້ນ ຖ້າຄົນທີ່ຜ່ານມາບໍ່ຮີບຊ່ວຍເລືອເດັກກໍອາດຕົກລົງໄປໄດ້ໃນທັນທີ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page