ສີ ຈິ້ນຜິງປະກົດຕົວອອກສື່ຄັ້ງທຳອິດຫຼັງມີຂ່າວລືວ່າຖືກລັດຖະປະຫານ

ສີ ຈິ້ນຜິງປະກົດຕົວອອກສື່ຄັ້ງທຳອິດຫຼັງມີຂ່າວລືວ່າຖືກລັດຖະປະຫານ

ປະທານາທິບໍດີ ສີ ຈິ້ນຜິງ ຂອງຈີນປາກົດຕົວຜ່ານສື່ໂທລະທັດຂອງລັດຖະບານເປັນຄັ້ງທຳອິດ ຫຼັງຈາກມິດງຽບໄປດົນຈົນມີຂ່າວລືແພ່ໄປທົ່ວວ່າອາດເກີດ “ ລັດຖະປະຫານ” ຂຶ້ນໃນຈີນ
ສີ ຈິ້ນຜິງ ອາຍຸ 69ປີ ໄດ້ເດີນທາງໄປຢ້ຽມຢາມຊົມງານສະແດງ

ທີ່ຈັດຂຶ້ນພາຍໃຕ້ຊື່ “Forging Ahead into the New Era” ສູການວາງສະແດງ Beijing Exhibition Hall ໂດຍ ມີນາຍົກລັດຖະມົນຕີ ຫຼີ່ ເຄີສຽງ ແລະບັນດາຜູ້ນຳລະດັບສູງຂອງຈີນຕິດຕາມໄປພ້ອມ ເຊິ່ງລະຫວ່າງທີ່ຍ່າງຊົມງານ ສີ ຈິ້ນຜິງ ໄດ້ກ່າວເຖິງຄວາມກ້າວໜ້າທາງເສດຖະກິດຂອງຈີນຕະຫຼອດຊ່ວງ 10ປີທີ່ຜ່ານມາ


ການອອກງານຄັ້ງນີ້ຖືເປັນການປະກົດຕົວຄັ້ວທຳອິດ ຂອງ ສີ ຈິ້ນຜິງ ຫຼັງຈາກທີ່ເດີນທາງກັບຈາກປະຊຸມສຸດຍອດອົງການຄວາມຮ່ວມມືຊ່ຽງໄຮ້ ທີ່ອຸເບກິດສະຖານ ພາຍໃຕ້ມາດຕາການຄອບຄຸມໂລກລະບາດຂອງຈີນ ສີ ຈິ້ນຜິງ ຈຳເປັນທີ່ຈະຕ້ອງກັກຕົວເປັນເວລາ 1ອາທິດຫຼັງຈາກທີ່ເດີນທາງກັບເຂົ້າປະເທດ


ແນວໃດກໍ່ຕາມຂະບວນການທີ່ບໍ່ຊັດເຈນເປີດຊ່ອງໃຫ້ມີຜູ້ປ່ອຍຂ່າວລືວ່າເກີດການຊ່ວງຊີງອຳນາດທາງການເມືອງ ຫຼື “ ລັດຖະປະຫານ” ຂຶ້ນໃນຈີນເພື່ອໂຄ່ນ ສີ ຈິ້ນຜິງ ແຕ່ໃນຄວາມເປັນຈິງແລ້ວ ພັກຄອມມູນິດຈີນມີລະບົບການກວດສອບແລະປາບປາມຜູ້ສົ່ງສັນຍານທ້າທາຍອຳນາດຢູ່ຕະຫຼອດເວລາ ອີກທັງ ສີ ຈິ້ນຜິງ ຖືເປັນຜູ້ນຳທີ່ມີອຳນາດລາຍທີ່ສຸດຂອງຈີນໃນຮອບຫຼາຍສະຕະວັດ ແລະຍັງບໍ່ປາກົດວ່າມີນັກການເມືອງຄົນໃດຄິດທ້າທາຍອຳນາດຂອງເຂົາ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page