ຈີນຮຽກຮ້ອງໃຫ້ສະຫະລັດຕໍ່ຕ້ານທຸກກິດຈະກຳແບ່ງແຍກດິນແດນໄຕ້ຫວັນ
ຈີນອອກມາຮຽກຮ້ອງໃຫ້ສະຫະລັດ ອອກມາຖະແຫຼງຂ່າວພ້ອມຮຽກຮ້ອງໃຫ້ລັດຖະບານສະຫະລັດ ກັບມາເຮັດຕາມຖະແຫຼງການຮ່ວມ 3ສະບັບ ລະຫວ່າງຈີນ ສະຫະລັດ ເຊິ່ງລວມເຖິງນະໂຍບາຍຈີນດຽວ ແລະສະແດງໃຫ້ເຫັນຢ່າງຊັດເຈນວ່າ ພວກເຂົາຕໍ່ຕ້ານທຸກກິດຈະກຳແບ່ງແຍກດິນແດນຂອງໄຕ້ຫວັນ
ຂໍ້ຮຽກຮ້ອງນີເກີດຂຶ້ນຫຼັງຈາກທີ່ກົມລາ ແຮຣິສ ຮອງປະທານາທິບໍດີສະຫະລັດ ອອກມາລະບຸວ່າ ຈີນກຳລັງທຳລາຍອົງປະກອບສຳຄັນຂອງກົດລະບຽບລະຫວ່າງປະເທດ ພ້ອມກັບກ່າວເສີມດ້ວຍວ່າ ສະຫະລັດຈະຍັງຄົງສານສຳພັນຢ່າງບໍ່ເປັນທາງການກັບໄຕ້ຫວັນໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ໂດຍເຫດການດັ່ງກ່າວເກີດຂຶ້ນລະຫວ່າງທີ່ ແຮຣິສ ເດີນທາງໄປຢ້ຽມຢາມກຣຸງໂຕກຽວ ແລະມີໂອກາດກ່າວຄຳປາໄສ່ໜ້າລູກເຮືອຊາວອາເມຣິກາທີ່ເຮັດວຽກໃນຍີ່ປຸ່ນ ນອກຈາກນີ້ຍັງລະບຸວ່າ ຂະນະນີ້ສະຫະລັດ ກຳລັງສັງເກດພຶດຕິກຳທີ່ສ້າງຄວາມບໍ່ສະຫງົບໃນທະເລຈີນໃຕ້ແລະທະເລຈີນຕາເວັນອອກລວມເຖິງການຍຸແຍ່ບໍລິເວນຊ່ອງແຄບໄຕ້ຫວັນ.