6 ຂໍ້ນີ້ໃຫ້ເປັນສິ່ງເຕືອນໃຈວ່າເຮົາຈະບໍ່ມີທາງລວຍຖ້າຍັງເຮັດແບບນີ້ຢູ່
1.ເຮົາເຮັດວຽກໜັກແຕ່ເຮັດວຽກບໍ່ສະຫຼາດ: ກໍຄືກັບຄຳທີ່ວ່າດຸໝັ່ນຜິດບ່ອນຈັກປີກໍບໍ່ລວຍ ປະໂຫຍກນີ້ເຮົາຖືກປູກຝັງມາແຕ່ນ້ອຍວ່າການເຮັດວຽກໜັກນັ້ນ ຈະເຮັດໃຫ້ເຮົາລວຍໄດ້ ແຕ່ຄວາມເປັນຈິງການເຮັດວຽກໜັກມັນຍໍ່ໄດ້ເຮັດໃຫ້ລວຍຂຶ້ນ ແຕ່ເປັນການທີ່ເຮົາຕ້ອງຮູ້ຈັກນຳເງີນທີ່ມີຢູ່ມາຕໍ່ຍອດເຮັດໃຫ້ເກີດດອກອອກຜົນຂຶ້ນ.
2.ເຮົາຊື້ແລະໃຊ້ຂອງເກີນໂຕ: ຕົວຢ່າງເຊັ່ນ:ບາງຄົນລາຍໄດ້ເດືອນລະ 5.000.000ກີບ ແຕ່ເລືອກທີ່ຈະຊື້ໂທລະສັບເຄື່ອງລະ 10.000.000ກີບ ເປັນແບບນີ້ຈັກຊາດກໍບໍ່ມີທາງລວຍໄດ້
3.ເຮົາບໍ່ມີເປົ້າໝາຍສຳລັບເງິນຂອງເຮົາ: ຖ້າເຮົາຢາກສ້າງຖານະໃຫ້ລໍ່າລວຍຂຶ້ນ ເຮົາຄວນວາງແຜນວ່າເຮົາຈະບໍລິຫານການເງິນເຮົາແນວໃດ ເຮົາຄວນທີ່ຈະສ້າງຕາຕະລາງແລະວາງແຜນມັນຢ່າງຈິງຈັງ ລອງຄຳນວນຄ່າໃຊ້ຈ່າຍແລະລາຍຮັບ
4.ຢ້ານລຳບາກຄິດແຕ່ຢາກສະບາຍ: ຫຼາຍຄົນເລືອກທີ່ຈະທຸກຍາກເພາະຂີ້ຄ້ານ ບໍ່ເຄີຍທີ່ຈະພັດທະນາຕົນເອງຄິດວ່າເຮັດທີ່ຫາເງີນໄດ້ຫຼາຍໆຕ້ອງຍາກແລະບໍ່ເໝາະກັບຕົນເອງ ທັ້ງທີ່ຍັງບໍ່ໄດ້ລອງເຮັດຄິດວ່າຄົນທີ່ຫາເງິນໄດ້ຫຼາຍຄືຄົນທີ່ສະຫຼາດແຕ່ຄວາມຈິງບໍ່ແມ່ນແບບນັ້ນສະເໝີໄປ
5.ຄິດວ່າການທີ່ຈະເປັນຄົນລວຍນັ້ນເປັນເລື່ອງທີ່ໄກໂຕ: ຫຼາຍຄົນມັກບອກວ່າ ຄົນລວຍກໍລວຍຂຶ້ນ ຄົນທຸກຫາເຊົ້າກິນຄ່ຳຈະເຮັດແນວໃດໃຫ້ລວຍ ແລະຄົນລວຍ 80% ມັກຄິດວ່າຄົນທີ່ລວຍນັ້ນສ່ວນໃຫຍ່ເປັນຄົນທີ່ດວງດີແລະໂຊກດີ ແຕ່ຄວາມເປັນຈິງແລ້ວບໍ່ວ່າເຮົາຈະເກີດມາໃນຄອບຄົວແບບໃດເຮົາສາມາດກາຍະເປັນຄົນລວຍໄດ້.
6.ລືມເບິ່ງຫາຄວາມຝັນຂອງຕົນເອງ: ເຮົາເບິ່ງແຕ່ຄວາມຝັນຂອງຄົນອື່ນ ແຕ່ລືມເບິ່ງຫາຄວາມຝັນຂອງຕົນເອງຖ້າຢາກປະສົບຄວາມສຳເລັດ ເຮົາຕ້ອງຮັກໃນສິ່ງທີ່ເຮົາເຮັດໃຫ້ໄດ້ກ່ອນຄວນກຳນົດຄວາມຝັນຂອງເຮົາແລະຊອກຫາມັນດ້ວຍຄວາມພະຍາຍາມ.