ບາບກຳ! ລັກຮອດລະຄັງວັດ ຮຽກຮ້ອງໃຫ້ໂຈນເອົາໄປສົ່ງຄືນເພິ່ນສາເດີ
ວັນທີ 29 ກັນຍາ 2022 ນີ້ ຜູ້ໃຊ້ເຟສ Chan ChanDy Kheothammasad ໂພສພາບ ແລະ ຂໍ້ຄວາມວ່າ: “ເກີດເຫດມື້ຄືນນີ້ມີໂຈນມາລັກລະຄັງຕີ ທີ່ວັດສາປະທຸມມາຣາມ ບ້ານຄັນເກິງ ນະຄອນປາກເຊ”

ນັບວ່າເປັນການລັກທີ່ບໍ່ຄວນໃຫ້ອະໄພ ແລະ ລາມໄປເຖິງວັດວາອາຮາມແລ້ວ ເຊິ່ງສັງຄົມເຫັນວ່າໂຈນມີຄວາມໂຫດຮ້າຍ ໜັກຂຶ້ນໄປໜ້າເລື້ອຍໆ ບໍ່ເວັ້ນຂອງພະບໍ່ລະຂອງສົງ ອັນເປັນຂອງສາສະໜາສະຖານ, ເປັນຊັບສົມບັດສ່ວນລວມ.ສັງຄົມໄດ້ອອກມາຮຽກຮ້ອງໃຫ້ໂຈນກັບໃຈ ນຳເອົາລະຄັງໄປສົ່ງວັດຄືນ.

ພ້ອມນີ້ກໍຮຽກຮ້ອງເຖິງພາກສ່ວນທີ່ຮັບຊື້ເຄື່ອງຂອງເກົ່າ ຊ່ວຍເປັນຫູເປັນຕາ ຢ່າຮັບຊື້ຂອງໂຈນ ເພາະມີຄວາມຜິດທາງກົດໝາຍ ແລະ ເປັນບາບກຳໜັກໜ່ວງ.
ເຕືອນປະຊາຊົນທຸກທ່ານຈົ່ງມີສະຕິລະມັດລະວັງຕົວ ຮັກສາສິ່ງຂອງມີຄ່າຂອງທ່ານໃຫ້ດີ ແລະ ຮຽກຮ້ອງໃຫ້ເຈົ້າໜ້າທີ່ຊ່ວຍປາບປາມກຸ່ມຄົນບໍ່ດີນີ້ໃຫ້ໝົດໄປຈາກສັງຄົມເຮົາ.