ຂໍ້ຄິດຂອງຄົນຈີນ ທີ່ສອນລູກໃຫ້ເປັນຄົນມີອານາຄົດສ້າງຕົວໃຫ້ຮັ່ງມີ
ຄົນຈີນປູກຝັງຄ່ານິຍົມໃຫ້ລູກຫຼານຕັ້ງແຕ່ຕອນຍັງນ້ອຍ ເດັກທີ່ຍ່າງຕາມຫຼັກຄຳສອນຂອງຜູ້ໃຫຍ່ມັກຈະດຳເນີນຊີວິດທີ່ເຕັມໄປດ້ວຍຄວາມອົດທົນແລະຄວາມລຳບາກເມື່້ອຍມາຕັ້ງແຕ່ທຳອິດເຊິ່ງມີ 5ຂໍ້ດັ່ງລຸ່ມນີ້:
1.ສອນໃຫ້ລູກຄິດໄດ້ດ້ວຍຕົນເອງ: ສອນໃຫ້ຊ່ວຍເລືອຕົນເອງ, ໃຫ້ຄິດ, ໃຫ້ຕັດສິນໃຈເອງໄດ້ ເພາະປະເທດຈີນເປັນປະເທດທີ່ມີປະຊາກອນຫຼາຍ ການແຂ່ງຂັນກໍສູງ ເພາະດັ່ງນັ້ນຈຶ່ງຕ້ອງສອນໃຫ້ຊ່ວຍເຫຼືອຕົນເອງ ຜົນອອກມາແນວໃດກໍເປັນຍ້ອນການຕັດສິນໃຈຂອງເຮົາເອງ
2. ສອນໃຫ້ລູກດຸໝັ່ນ, ອົດທົນແລະປະຢັດ: ບໍ່ຕ້ອງທໍ້ຕໍ່ຫຍັງງ່າຍໆ , ບໍ່ຂີ້ຄ້ານ ຈຶ່ງເຮັດໃຫ້ເຂົາສ້າລງທຸລະກິດຈາກເສຶ່ອຜືນໝອນໃບທີ່ມີໄດ້ ສອນໃຫ້ຮັບຮູ້ເຖິງຄວາມລຳບາກ ໃຫ້ມີຄວາມອົດທົນດຸໝັ່ນ ເພາະການສອນໃຫ້ລຳບາກມາກ່ອນຈະສະບາຍໃນອານາຄົດແລະກໍເປັນແບບນັ້ນແທ້
3.ມີແຜນອານາຄົດໃຫ້ລູກໆສະເໝີ: ຈະກຽມອານາຄົດໃຫ້ລູກໆ, ຈະສອນໃຫ້ລູກ ຮູ້ຈັກຄວາມສາມາດ, ຮູ້ສັກກາຍະພາບຂອງຕົນເອງ ແລະທັງຕິດອາວຸດທາງບັນຫາ ເພື່ອໃຫ້ມີທັກສະຝຶກຝົນ ວິໄນແລະສ້າງຄວາມເຊື່ອໝັ້ນໃຫ້ຕົນເອງ ແທນທີ່ຈະປ່ອຍໃຫ້ລູກເຮັດຕາມຄວາມຝັນ ຈຶ່ງເຮັດໃຫ້ມີໂອກາດທີ່ຈະປະສົບຄວາມສຳເລັດໄດ້ໃນອານາຄົດຈາກການປູກຝັງຂອງພໍ່ແມ່
4.ສອນໃຫ້ລູກບໍ່ຍອມແພ້ຕໍ່ຫຍັງງ່າຍໆ: ສອນໃຫ້ສູ້ຊີວິດ ມັນຄືການສ້າງຄວາມພາກພູມໃຈ ພໍ່ແມ່ຊາວຈີນຈະບໍ່ຕາມໃຈລູກເກີນໄປເຂົາເຊື່ອວ່າ ລູກຮຽນເກັ່ງໄດ້ຫາກມີຄວາມຕັ້ງໃຈ ດຸໝັ່ນພາກພຽນເພາະດັ່ງນັ້ນຫາກລູກເສັງຕົກພໍ່ແມ່ຈະບອກພ້ອມໃຫ້ລູກດຸໝັ້ນເຮັດແບບຝຶກຫັດ, ຝຶກຝົນຕົນເອງໃຫ້ເກັ່ງກວ່າເກົ່າ
5.ສອນໃຫ້ລູກຮູ້ບຸນຄຸນແກ່ຜູ້ມີບຸນຄຸນ: ເພາະເຂົາຖືວ່າລູກຂອງເຂົານັ້ນເປັນໜີ້ຊີວິດພໍ່ແມ່ ດັ່ງນັ້ນກໍຕ້ອງຕອບແທນບຸນຄຸນ ຈຶ່ງເປັນແນວຄິດຕາມແບບບັດສະຍາຂົງຈື້ ລູກຈຶ່ງມີໜ້າທີ່ເປັນລູກທີ່ດີ ຟັງຄຳສັ່ງສອນຂອງພໍ່ແມ່ ເຮັດໃຫ້ພໍ່ແມ່ພູມໃຈ.