ສະຫະລັດເຕືອນຄົນອາເມຣິກາຖື2ສັນຊາດໃຫ້ຮີບອອກຈາກລັດເຊຍກ່ອນສິຖືກເກນໄປຢູເຄຼນ

ສະຫະລັດເຕືອນຄົນອາເມຣິກາຖື2ສັນຊາດໃຫ້ຮີບອອກຈາກລັດເຊຍກ່ອນສິຖືກເກນໄປຢູເຄຼນ

ສະຖານທູດສະຫະລັດປະຈຳຣັດເຊຍ ອອກປະກາດເຕືອນໄພຄວາມໝັ້ນຄົງ ເຕືອນພົນລະເມືອງສະຫະລັດ ທີ່ຖື 2ສັນຊາດໃນຣັດເຊຍ ຮີບອອກຈາກຣັດເຊຍທັນທີ ກ່ອນໄດ້ຮັບໝາຍຮຽກເກນທະຫານໃນຢູເຄຼນ

ສະຖານທູດສະຫະລັດ ໃນຣັດເຊຍ ກະຕຸ້ນເຕືອນພົນລະເມືອງສະຫະລັດທີ່ຢູ່ໃນຣັດເຊຍ ໃຫ້ເດີນທາງອອກຈາກຣັດເຊຍໃນທັນທີ ໂດຍສະເພາະຊາວອາເມຣິກາທີ່ຖື 2ສັນຊາດຄືອາເມຣິກາແລະຣັດເຊຍ ລະບຸເຫດຜົນວ່າອາດຖືກທາງຣັດເຊຍອອກໝາຍຮຽກໃຫ້ເຂົ້າປະຕິບັດໜ້າທີ່ທາງທະຫານ ແລະຖືກສົ່ງໄປເຂົ້າຮ່ວມປະຕິບັດການຂອງຣັດເຊຍໃນຢູເຄຼນໄດ້


ການກະຕຸ້ນເຕືອນດັ່ງກ່າວ ຢູ່ໃນການອອກປະກາດເຕືອນໄພດ້ານຄວາມໝັ້ນຄົງທີ່ໂພສໃນເວັບໄຊຂອງສະຖານທູດສະຫະລັດປະຈຳຣັດເຊຍ ທາງສະຖານທູດຍັງຍອມຮັບໃນການປະກາດດັ່ງກ່າວວ່າ ສະຖານທູດສະຫະລັດໃນຣັດເຊຍມີສັກກາຍະພາບໃນການຈຳກັດການເຂົ້າຊ່ວຍເຫຼືອພົນລະເມືອງສະຫະລັດ ທີ່ຢູ່ໃນຣັດເຊຍ ລວມໄປເຖິງໃນການຊ່ວຍເຫຼືອດ້ານທາງເລືອກໃນການເດີນທາງຕ່າງໆເພື່ອອອກຈາກຣັດເຊຍ


ການປະກາດເຕືອນຂອງສະຖານທູດສະຫະລັດປະຈຳຣັດເຊຍ ມີຂຶ້ນຫຼັງປະທານາທິບໍດີ ວະລາດິມີປູຕິນ ຂອງຣັດເຊຍຫາກໍອອກຄຳສັ່ງຮຽກລະດົມພົນທະຫານກອງໜຸນຣັດເຊຍ 3ແສນຄົນເພື່ອສົ່ງໄປຢູເຄຼນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page