ຄວາມກ້າວໜ້າທີ່ຄົນປະສົບຄວາມສຳເລັດ ເຮັດເປັນປະຈຳແຕ່ຄົນທົ່ວໄປເບິ່ງຂ້າມ.
6 ສິ່ງທີ່ຄົນປະສົບຄວາມສຳເລັດເຂົາເຮັດທຸກມື້, ເຮັດເປັນປະຈຳ ເພື່ອພັດທະນາຕົນເອງ ໄປສູ່ຄວາມສຳເລັດໄດ້ໃນອານາຄົດ:
1.ພວກເຂົາກ້າປະເຊີນໜ້າກັບຄວາມຢ້ານໃນໃຈ: ພວກເຂົາຕ່າງກໍ່ຕ້ອງພົບເຈີ ກັບຄວາມຢ້ານແລະຄວາມສັບສົນໃນຕົນເອງ ແຕ່ກໍຍັງຄົງເດີນໜ້າຕໍ່ໄປເຖິງແມ່ນວ່າບາງຄັ້ງຈະຮູ້ສຶກບໍ່ດີ ແຕ່ການປະເຊີນກັບຄວາມຢ້ານນັ້ນມັນກໍເປັນສິ່ງທີ່ເຮັດໃຫ້ພວກເຂົາໂດດເດັ່ນອອກຈາກຄົນອື່ນໄດ້ບໍ່ຍາກ.
2.ມີທັດສະນະຄະກີແລະເບິ່ງການໄກ: ເຂົາຈະບໍ່ຢຸດທີ່ການໃຊ້ຊີວິດໄປໃນແຕ່ລະມື້ ພວກເຂົາວາງແຜນໄລຍະຍາວ ແລະຄິດພາບໃນອານາຄົດຕົນເອງແລະທຸລະກິດຢູ່ສະເໝີ ພວກເຂົາຮູ້ວ່າກ້າວນ້ອຍໆ ຂອງມືນີຈະນຳມາເຊິ່ງສິ່ງທີ່ຍິ່ງໃຫຍ່ໃນທາງໜ້າ
3.ມຸ່ງໝັ້ນທີ່ຈະພັດທະນາຕົນເອງບໍ່ໃຫ້ຢຸດຢູ່ກັບທີ່: ເພາະຜູ້ນຳທີ່ແທ້ຈິງເຂົາບໍ່ເຄີຍເພິ່ງພໍໃຈກັບຄວາມສາມາດດຶກ ພວກເຂົາມຸ່ງທີ່ຈະພັດທະນາຕົນເອງ ພ້ອມຮຽນຮູ້ສິ່ງໃໝ່ໆ ເພີ່ມພູທັກສະຄວາມຮູ້ຕໍ່ເນື່ອງສະເໝີ
4.ບໍ່ຍອມຮັບໃນຄວາມເຊື່ອແບບເກົ່າໆ: ເພາະຜູ້ນຳທີ່ເຂັ້ມແຂງ, ໝັ້ນໃຈໃນຕົນເອງ ພໍທີ່ຈະທ້າທາຍຄວາມເຊື່ອ ແລະອະຄະຕິຂອງຕົນເອງແລະຄົນອອ້ມຂ້າງຈະຄິດດ້ວຍຕົນເອງ ມັກບໍ່ຍອມເຮັດຕາມຄົນອື່ນງ່າຍໆ
5.ຍອມຮັບວ່າການພັດທະນາຄືສິ່ງທີ່ຕ້ອງໃຊ້ເວລາຢ່າງຍາວນານ: ເພາະຜູ້ນຳທີ່ໂດດເດັ່ນ ຈະບໍ່ຄາດຫວັງວ່າຕ້ອງບັນລຸຜົນຕາມຄາດທັງໝົດໃນຄັ້ງດຽວ ເພາະພວກເຂົາຮູ້ຢູ່ແລ້ວວ່າທຸກກ້າວຈະສົ່ງຜົນຕໍ່ຄວາມສຳເລັດ
6.ພວກເຂົາເປີດຮັບຂໍ້ສະເໜີຄວາມຄິດເຫັນຕ່າງໆ: ຄົນທີ່ປະສົບຄວາມສຳເລັດເຂົາຕ້ອງການຄຳແນະນຳຢູ່ສະເໝີນັ້ນແລະ ເພື່ອພັດທະນາຕົນເອງ ຈະບໍ່ປິດກັ້ນຕົນເອງເພະາພວກເຂົາຮັບຜິດຊອບໃນຜົນງານຂອງຕົນເອງ ແລະມາປັບປຸງວຽກງານໃຫ້ດີຂຶ້ນ.