ແບບນີກໍ່ມີ! ສາວຢາກແຕ່ງງານປະກາດຫາຜູ້ຊາຍທີ່ແຕ່ງງານແລ້ວຢາກມີສາມີຄືຄົນອື່ນ
ອີກໜຶ່ງຄວາມຝັນຂອງສາວໂສດຫຼາຍໆຄົນກໍຢາກມີແຟນ, ຢາກແຕ່ງງານມີຄອບຄົວ ແຕ່ວ່າການທີ່ຈະຫາຊາຍໜຸ່ມທີ່ຖືກໃຈກໍບໍ່ແມ່ນເລື່ອງງ່າຍ ລ່າສຸດທີ່ຜ່ານມາ ເວັບໄຊຕ໌ Sinchew ໄດ້ລາຍງານຂ່າວ ມີຍິງສາວ ຊາວມາເລເຊຍ ຄົນໜຶ່ງ

ໄດ້ໂພສຂໍ້ຄວາມລົງເຟສ Luahan hati seorang isteri ສະແດງຄວາມຕ້ອງການຂອງລາວວ່າ ຢາກແຕ່ງງານມີສາມີ ແລະລາວບໍ່ລັງກຽດຜູ້ຊາຍທີ່ມີພັນລະຍາຫຼາຍຄົນ
ໂດຍຍິງສາວ ຊາວມາເລເຊຍທ່ານນີ້ເປີດເຜີຍວ່າ ລາວມີປະສົບການໃນອາດີດທີ່ບໍ່ດີ ຈອ່ງຢາກໃຫ້ຜູ້ຊາຍທີ່ພ້ອມຈະເຂົ້າໃຈລາວ ແລະຈະເປັນການດີຫາກເຂົານັ້ນມີພັນລະຍາຢູ່ແລ້ວ ແລະຮັບລາວເພີ່ມເປັນພັນລະຍາອີກຄົນ

“ ຂ້ອຍຈະຮູ້ສຶກເປັນກຽດຫຼາຍ ຖ້າຫາກມີຜູ້ຊາຍຄົນໜຶ່ງທີ່ຕ້ອງການມີພັນລະຍາຫຼາຍຄົນ ແລະຍອມຮັບຂ້ອຍຢ່າງແທ້ຈິງ ແລະຂ້ອຍກໍເປັນທີ່ຍອມຮັບຈາກຄອບຄົວຂອງເຂົາເຊັ່ນກັນ”
ແນວໃດກໍຕາມຫຼັງຈາກທີ່ໂພສດັ່ງກ່າວເຜີຍແພ່ອອກໄປ ໄດ້ກາຍເປັນເລື່ອງໂຕ້ຖຽງກັນຢ່າງດຸເດືອດ
ເພາະເຖິງແມ່ນວ່າໃນປະເທດມາເລເຊຍ ຄົນສ່ວນໃຫຍ່ຈະນັບຖືສາສະໜາອິດສະລາມ ເຊິ່ງອານຸຍາດໃຫ້ຜູ້ຊາຍມີພັນລະຍາຫຼາຍຄົນໄດ້ດ້ວຍກົດໝາຍ ສາມາດມີພັນລະຍາໄດ້ເຖິງ 4ຄົນ ແຕ່ກໍ່ບໍ່ແມ່ນຜູ້ຍິງທຸກຄົນທີ່ຍິນດີຈະແບ່ງປັນສາມີຂອງຕົນກັບຜູ້ຍິງຄົນອື່ນ.