ຮອງປະທານາທິບໍດີສະຫະລັດ ຢ້ຽມຢາມເກົາຫຼີໃຕ້ ຫຼັງເກົາຫຼີເໜືອຍິງຂີປະນາວຸດ

ຮອງປະທານາທິບໍດີສະຫະລັດ ຢ້ຽມຢາມເກົາຫຼີໃຕ້ ຫຼັງເກົາຫຼີເໜືອຍິງຂີປະນາວຸດ

ຈາກການລາຍງານ ທ່ານນາງ ແຮຣິສ ຮອງປະທານາທິບໍດີສະຫະລັດ ເດີນທາງມາເຖິງເກົາຫຼີໃຕ້ 1ວັນຫຼັງເກົາຫຼີເໜືອຍິງຂີປະນາວຸດພິໄສໃກ້ 2ລູກ ນອກຊາຍຝັ່ງຕາເວັນອອກຂອງປະເທດເກົາຫຼີເໜືອ ທ່າມກາງການຊ້ອມຮົບທາງທະເລຮ່ວມລະຫວ່າງສະຫະລັດແລະເກົາຫຼີໃຕ້ ໃນນ່ານນ້ຳອ້ອມຮອບຄາບມະຫາສະໝຸດເກົາຫຼີ


ລະຫວ່າງການຢ້ຽມຢາມເກົາຫຼີໃຕ້ ທ່ານນາງ ແຮຣິສ ເດີນທາງໄປພົມແດນພາຍໃນເຂດປອດທະຫານ ທີ່ໄດ້ຮັບການເສີມກຳລັງຢ່າງແໜ້ນໜາ ເຊິ່ງແຍກເກົາຫຼີເໜືອແລະເກົາຫຼີໃຕ້
ກ່ອນໜ້ານີ້ ທ່ານນາງ ແຮຣິສ ຢ້ຽມຖານທັບໃນຍີ່ປຸ່ນ ແລະກ່າວປາໄສຕໍ່ທະຫານອາເມຣິກາ ປະນາມການຍິງຂີປະນາວຸດຄັ້ງລ່າສຸດຂອງເກົາຫຼີເໜືອ ແລະໂຄງການອາວຸດຜິດກົດໝາຍຂອງເກົາຫຼີເໜືອທີ່ຂົ່ມຂູ່ຄຸກຄາມສະຖຽນລະພາບພາກພື້ນ.


ນັບເປັນຄັ້ງທີສອງແລ້ວທີ່ເກົາຫຼີເໜືອທົດສອບຂີປະນາວຸດໃນອາທິດນີ້ ຕໍ່ຈາກການຍິງຂີປະນາວຸດ ກ່ອນການຊ້ອມຮົບທາງທະເລລະຫວ່າງເກົາຫຼີໃຕ້ແລະສະຫະລັດຈະເປີດສາກ ແລະເປັນການຍິງຂີປະນາວຸດໃນຈຳນວນຫຼາຍກວ່າ 30ຄັ້ງຂອງປີນີ້ຫຼາຍກວ່າໃນປີອື່ນໆ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page